7.9.54

ວິທີນັ່ງສະມາທິ(ຫຍໍ້)

ວິທີນັ່ງສະມາທິ(ຫຍໍ້) 
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າ ເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະຄົນ) ບາງທ່ານກໍມີ ຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນ ຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼວງຫຼາຍ ສົມຕາມມະໂນເຈຕະນາຂອງການໄປ ຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍ ດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.


ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດ ເໝືອນຜູ້ຊາຍທຸກຢ່າງ.
ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍ ໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງ ນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ວ່າມີຫຍັງເກີດຂຶ້ນ ຖ້າ ມັນເກີດຂຶ້ນ ກໍໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
ເປົ້າໝາຍຂອງການສົມໂພດພຣະ ກໍຄື
ເປັນການທໍາບຸນຊະນິດໜຶ່ງ,
ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການ ທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ
ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
ຂະຈັດບາບກັມເລັກໆນ້ອຍໆ ແລະສະເດາະເຄາະກັມສະເພາະຊາດນີ້ລົງໄດ້.
ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້.
ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ ສຽງ ມາປະດັບຊີວິຕ.
ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
ແລະອື່ນໆ.

ไม่มีความคิดเห็น:

แสดงความคิดเห็น