12.9.54

ຄຳສັກເຄເທວະດາ (ປ່າວເທວະດາ)

- ເກິ່ນນຳ
-ເມື່ອຈະໄຫວ້ພຣະ, ສູດມົນ, ທຳບຸນວັດ, ບຸນເຮືອນ ຫຼືຈະທຳພິທີກັມໃດໆ ກ່ຽວກັບສາສນາ ມັກຈະກ່າວ ຄຳປ່າວເທວະດາ ຫຼືສັກເຄເທວະດາ.
- ການສັກເຄເທວະດາ ຫາກຈະໄຫວ້ພຣະສັ້ນໆນັ້ນ ທ່ານໃຫ້ປ່າວເທວະດາກ່ອນ ຈຶ່ງບູຊາດອກໄມ້, ແລ້ວໄຫວ້ພຣະ, ຄັນໄຫວ້ພຣະຍາວທີ່ວັດ ກໍອີງຕາມປະເພນີຂອງວັດ ປ່າວສັກເຄເທວະດາກ່ອນກໍໄດ້ ຫຼືຫຼັງຈາກໄຫວ້ພຸດທະຄຸນ, ທັມມະຄຸນ, ສັງຄະຄຸນ ຈົບແລ້ວ ພຣະອົງຮອງ ຈຶ່ງປ່າວສັກເຄເທວະດາ, ຫາກເຮັດບຸນເຮືອນ ຈະປ່າວເທວະດາກ່ອນ ຫຼືໄຫວ້ພຣະກ່ອນແລ້ວ ຈຶ່ງປ່າວເທວະດາ ກ່ອນຈຶ່ງກ່າວຄຳອາຣາດທະນາສີນ ທັງໝົດນີ້ສຸດແລ້ວແຕ່ນິຍົມໃຊ້ ຖືວ່າຖືກທັງສອງ.

໑. ຄຳກ່າວສັກເຄເທວະດາ(ເປັນພາສາປາລີ).

- ສະມັນຕາ ຈັກກະວາເລສຸ ອັດຕຣາຄັດສັນຕຸ ເທວະຕາ ຄະຕາ
ສັດທັມມັງ ມຸນິລາຊັດສະ ສຸນັນຕຸ ສັກຄະໂມກຂະທັງ.

- ສັກເຄ ກາເມ ຈະຣູເປ ຄິຣິສິກຂາຣະຕະເຕ ຈັນຕະລິກເຂ
ວິມາເນ ທີເປ ຣັດເຖ ຈະ ຄາເມ ຕະຣຸວະນະຄະຫາເນ ເຄຫະ ວັດຖຸມຫິ ເຂດເຕ
ພຸມມາ ຈາ ຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະຄັນທັບພະນາຄາ
ຕິດຖັນຕາ ສັນຕິເກ ຍັງ ມຸນິວະຣະວະຈະນັງ ສາທະໂວ ເມ ສຸນັນຕຸ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.

໒. ຄຳແປຕາມພາສາປາລີ: (ແປຍົກສັບ ແບບທີ ໑)
- ສາທຸ "ສັກເຄ" ຂ້ານ້ອຍຂໍອັງເຊີນເຫຼົ່າເທວະດາ ເຊິ່ງສະຖິດຢູ່ໃນສະກາມາວະຈອນສະຫວັນ "ກາເມ" ຢູ່ໃນກາມະ ພົບ  "ຈະຣູເປ" ຢູ່ໃນຣູປະພົບ ຄື ໂສລະສະມະຫາພຣົມ "ຄີຣີສິຂະຣະຕະເຕ""ຈັນຕະລິກເຂວິມາເນ""ທີເປຣັດເຖ ຈະ ຄາເມ" ສິງສະຖິດຢູ່ໃນເກາະແກ້ວ, ເມືອງຫຼວງ, ພຣະນະຄອນໃຫຍ່ນ້ອຍ "ຕະຣຸວະນະ ຄະຫາເນ ເຄຫະວັດຖຸມຫິເຂດເຕ"  ສິງສະຖິດຢູ່ໃນເຄຫາເຮືອນຊານບ້ານນ້ອຍແລະເມືອງໃຫຍ່ທຸກທົ່ວຊົນນະບົດ "ພູມມາ""ຈາຍັນຕຸ ເທວາ" ຂ້ານ້ອຍຂໍອັງເຊີນໃຫ້ເຮັ່ງຮີບ ເຂົ້າມາໃນເວລານີ້ໂດຍ ພ້ອມກັນ "ຊະລະຖະລະວິສະເມ" ອີກທັງເທບພະເຈົ້າທີ່ສິງສະຖິກຢູ່ຫ້ວຍ ໜອງ ຄອງ ບຶງ ແມ່ນ້ຳນ້ອຍແມ່ນຳ້    ໃຫຍ່ ພູເຂົາ ປ່າສົນ ແລະງ່າໄມ້ພົງໄພ ທຸກຍ່ອມຫຍ້າທົ່ງຮາບພຽງໂພນປວກກໍດີ "ຍັກຂະຄັນທັບພະນາຄາ""ຕິດຖັນຕາ" ອີກທັງເທບພະເຈົ້າ ເຊິ່ງສະຖິດຢູ່ໃນຊັນໃດໆ, "ສັນຕະເກ ຍັງ ມຸນິວະຣະວະຈະນັງ" ຂ້ານ້ອຍຂໍອັງເຊີນມາຍັງສຳນັກປຣາຊ ແຫ່ງພຣະມູນີນາດເຈົ້າ "ສາທະໂສ ເມ ສຸນັນຕຸ" ດູ ກ່ອນສັບບູຣຸດພຸດທະບໍຣິສັດທັງຫຼາຍເອີນ, "ທັມມັດສະວະນະກາໂລ" ເຖິງເວລາຣືກງາມຍາມດີແລ້ວ "ສຸນັນຕຸ""ອະຍັມພະທັນຕາ" ດູກ່ອນທ່ານຜູ້ປະເສີດ ຍິ່ງກວ່າມະນຸດແລະເທວະດາ ຂ້ານ້ອຍຂໍອັງເຊີນມາປະຊຸມນະສະຖານທີ່ນີ້ໂດຍໄວ ພະລັນເທີ້ນ. ອີກທັງເທບພະເຈົ້າເຊິ່ງສິງສະຖິດ ຢູ່ໃນພູເຂົາຫ້ວຍເຫວ ແລະເຖື່ອນຖຳ້ຄູຫາຍອດຄີຣີ ຢູ່ໃນອາກາດວິມານມາດມົນທຽນຄຳ, ເຊິ່ງສະຖິກຢູ່ໃນໂຮງສານພຣະພູມເຈົ້າທີ່ ກັບທັງຍັກຂະ ຄັນທັບພະ ຄຸດນາກ ຂ້ານ້ອຍຂໍອັງເຊີນໃຫ້ເຂົ້າມາສະດັບຮັບຟັງຍັງພະສັດທັມແຫ່ງພຣະມູນີນາດພ້ອມໆກັນ

໓. ຄຳແປຕາມພາສາປາລີ: (ແປລຽງຄວາມ ແບບທີ ໑)
- ສາທຸ ຂ້ານ້ອຍຂໍອັງເຊີນເຫຼົ່າເທວະດາ ເຊິ່ງສະຖິດຢູ່ໃນສະກາມາວະຈອນສະຫວັນ ຢູ່ໃນກາມະ ພົບ ຢູ່ໃນຣູປະພົບ ຄື ໂສລະສະມະຫາພຣົມ ອີກທັງເທບພະເຈົ້າເຊິ່ງສິງສະຖິດ ຢູ່ໃນພູເຂົາຫ້ວຍເຫວ ແລະເຖື່ອນຖຳ້ຄູຫາຍອດຄີຣີ ຢູ່ໃນອາກາດວິມານມາດມົນທຽນຄຳ,  ສິງສະຖິດຢູ່ໃນເກາະແກ້ວ, ເມືອງຫຼວງ, ພຣະນະຄອນໃຫຍ່ນ້ອຍ ສິງສະຖິດຢູ່ໃນເຄຫາເຮືອນຊານບ້ານນ້ອຍແລະເມືອງໃຫຍ່ທຸກທົ່ວຊົນນະບົດ  ເຊິ່ງສະຖິກຢູ່ໃນໂຮງສານພຣະພູມເຈົ້າທີ່ ຂ້ານ້ອຍຂໍອັງເຊີນໃຫ້ເຮັ່ງຮີບ ເຂົ້າມາໃນເວລານີ້ໂດຍ ພ້ອມກັນ ອີກທັງເທບພະເຈົ້າທີ່ສິງສະຖິກຢູ່ຫ້ວຍ ໜອງ ຄອງ ບຶງ ແມ່ນ້ຳນ້ອຍແມ່ນຳ້    ໃຫຍ່ ພູເຂົາ ປ່າສົນ ແລະງ່າໄມ້ພົງໄພ ທຸກຍ່ອມຫຍ້າທົ່ງຮາບພຽງໂພນປວກກໍດີ ກັບທັງຍັກຂະ ຄັນທັບພະ ຄຸດນາກ ອີກທັງເທບພະເຈົ້າ ເຊິ່ງສະຖິດຢູ່ໃນຊັນໃດໆ,  ຂ້ານ້ອຍຂໍອັງເຊີນມາຍັງສຳນັກປຣາຊ ແຫ່ງພຣະມູນີນາດເຈົ້າ ດູ ກ່ອນສັບບູຣຸດພຸດທະບໍຣິສັດທັງຫຼາຍເອີນ, ເຖິງເວລາຣືກງາມຍາມດີແລ້ວ ຂ້ານ້ອຍຂໍອັງເຊີນໃຫ້ເຂົ້າມາສະດັບຮັບຟັງຍັງພະສັດທັມແຫ່ງພຣະມູນີນາດພ້ອມໆກັນ ດູກ່ອນທ່ານຜູ້ປະເສີດ ຍິ່ງກວ່າມະນຸດແລະເທວະດາ ຂ້ານ້ອຍຂໍອັງເຊີນມາປະຊຸມນະສະຖານທີ່ນີ້ໂດຍໄວພະລັນເທີ້ນ. 

໔. ຄຳແປອີກແບບ (ແບບ ໒ ແປຕາມປາລີທີ່ປາກົດ ແບບລຽງຄວາມ)
- ຂໍອັງເຊີນ ເທວະດາທັງຫຼສຍ ເຊິ່ງສະຖິດ ຢູ່ໃນສະຫວັນຊັ້ນກາມະພົບ ໃນຣູປະພົບ ສິງສະຖິກຢູ່ໃນເທິງຍອດເຂົາ ແລະເຫວຫ່ອມ ທັງທີ່ມີວິມານຢູ່ໃນອາກາດ ແລະພູມມາເທວະດາທັງຫຼາຍ ເຊິງສະຖິດຢູ່ໃນທະວີບ ໃນຣັດ ໃນໝູ່ບ້ານ ຕົ້ນໄມ້ ປາາຕືບ ໃນຢ້າວເຮືອນ ແລະທົ່ງນາຮົ້ວສວນ ຕະຫຼອດທັງເລົ່າຍັກ ຄັນທັບ ແລະນາກທັງຫຼາຍ ຜູ້ເປັນສາທຸຊົນ ເຊິ່ງຢູ່ໃນນຳ້ ແລະເທິງບົກ ທີ່ຕໍ່າທາມ ແລະທີ່ດົງດອນ ຈົ່ງມາຊຸມນຸມກັນ ຂໍເຊີນຟັງຄຳຂອງພຣະມູນີເຈົ້າຜູ້ປະເສີດ.
 - ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.
- ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.
- ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.

- ໝາຍເຫດ: ໃຫ້ທ່ານເລືອກໃຊ້ແຕ່ບົດໃດບົດໜຶ່ງເທົ່ານັ້ນ. 

1 ความคิดเห็น:

  1. ไม่ระบุชื่อ27 มกราคม 2565 เวลา 01:12

    Emperor Casino Review 2021 | Play For Real Money | ShootCasino
    Find out everything you need to 바카라 사이트 know about Emperor Casino 제왕 카지노 including its casino games, games, promotions and more. Rating: 4.3 · ‎Review by 인카지노 Ivan Potocki

    ตอบลบ