21.1.55

ການສູດໄຊຍະມຸງຄຸນ

- ພຸດທະສາສະນິກກະຊົນ ທົ່ວໂລກນິຍົມປະກອບການສູດ, ຟັງ ແລະພິທີໄຊະຍະມຸງຄຸນຢ່າງຍິ່ງ, ແຕ່ການປະກອບການສູດ, ຟັງ ແລະຈັດພິທີໄຊຍະມຸງຄຸນເພື່ອຫຍັງ ? ຫຼາຍຄົນອາດຮູ້ແຈ້ງແລ້ວ ແລະຈະເຊີ້ແຈງອີກ ເພື່ອຄວາມເຂົ້າໃຈຢ່າງຖືກຕ້ອງ ທ່ອງແທ້.
- ການປະກອບການສູດ, ຟັງໄຊຍະມຸງຄຸນນັ້ນ ເປັນພາກສ່ວນພິທີ ແຕ່ພິທີດັ່ງກ່າວຈະເປັນໄຊຍະມຸງຄຸນຫຼາຍນ້ອຍຊ່ຳ
ໃດ ຂຶ້ນກັບຄວາມຕັ້ງໃຈ.

12.1.55

ວິທີການເຮັດບຸນສະຫຼອງວັນວັນຄ້າຍວັນເກີດ

- ມະນຸດທຸກຄົນ ມີວັນເກີດວັນດຽວ ຄືວັນແຮກເກີດ, ຄົນສະໄໝກ່ອນໆ ບໍ່ທັນມີໂຮງໝໍ ຄົນລາວມັກຈະເກີດລູກທີ່ ເຮືອນຂອງຕົນ ໂດຍມີໝໍຕະໝອບ(ໝໍຕຳແຍ) ປະຈຳບ້ານເປັນຜູ້ທຳໜ້າທີ່ຄອດບຸດໃຫ້ແກ່ແມ່ມານ ແຕ່ປັດຈຸບັນ ຊຸມຊົນ ເມືອງ ແລະຊຸມຊົນໃກ້ເມືອງມັກຈະອອກລູກທີ່ໂຮງໝໍ ເຖິງປານນັ້ນຍັງມີປະຊາຊົນລາວມີຈຳນວນຫຼວງຫຼາຍ ຍັງອອກລູກ ຫຼືຄອດບຸດແບບທຳມະຊາດ ແລະຕາມປະເພນີວັດທະນະທັມຢູ່.

- ການເກີດລູກ ຂອງແມ່ຖືເປັນເລື່ອງສຳຄັນສຸດໃນຊີວິດ, ການທີ່ແມ່ມີລູກໃນທ້ອງນັ້ນ "ຫົວຈິດຫົວໃຈຂອງແມ່ໆ ກໍຄືພໍ່ນັ້ນ ແມ່ນມີຄວາມພາກພູມໃຈທີ່ສຸດ ມີຄວາມຮັກແລະຄວາມຫວັງຍາກທີ່ຈະພັນລະນາສ້ຽງ" ເປັນເວລາ ໙ ເດືອນ ເຕັມຈຶ່ງຈະເຖິງເວລາຄອດລູກອອກມາ, ການທີ່ລູກຢູ່ໃນທ້ອງແມ່ນັ້ນ ລູກທຸກໆຄົນບໍ່ມີໃຜຮູ້ວ່າແມ່ມີຄວາມທຸກຂະໜາດ ໃດ, ການເດີນ ການຍ່າງ ການໄປການມາ ການນັ່ງ ການນອນແມ່ມີຄວາມລຳບາກທີ່ສຸດ ລຳບາກເທົ່າໃດ ຜູ້ເປັນແມ່ນັ້ນ ເປັນຜູ້ຮູ້ດີກວ່າຄົນອື່ນໝົດ.

- ເຖິງປານນັ້ນ ບໍ່ມີແມ່ຄົນໃດ ຈົ່ມວ່າ ຍໍ້ທໍ້ໃຈ ແມ່ທຸກໆຄົນຍ່ອມເປັນມີຄວາມຫວັງ ຄວາມປາດຖະໜາຍາກໄດ້ລູກຜູ້ດີ ຜູ້ງາມ ຜູ້ບໍຣິສຸດ ຢ່າງນ້ອຍເຖິງບໍ່ງາມ ແຕ່ວ່າມີຄວາມດີ ມີຄວາມກະຕັນຍູ ​ກະຕະເວທີກໍຍັງຖືວ່າເປັນສິ່ງທີ່ມຸ້ງຫວັງ ຂອງແມ່ ພໍ່ທຸກຄົນແລ້ວ.

- ວັນເກີດຂອງລູກໆ ທຸກຄົນປຽບສະເໝືອນວັນຕາຍຂອງແມ່ ມີແມ່ຫຼາຍຄົນທີ່ສຸກຂະພາບບໍ່ໄຫວ້ກໍໄດ້ເສັຍຊີວິດໄປ ຕອນເກີດລູກນີ້ກໍຫຼວງຫຼາຍ ແລະມີແມ່ຈຳນວນຫຼວງຫຼາຍທີ່ທີ່ຄອດລູກອອກມາຍັງຢູ່ລ້ຽງລູກຈົນໃຫຍ່ກ້າໜ້າບານ, ໃຫຍ່ສູງຈູງໜ້າຈັນມາຈົນເຖົ້າຈົນແກ່ກໍນັບວ່າບຸນ.

- ທາງໂລກວ່າ ການເກີດ ເປັນຄວາມສຸກ ແລະຄວາມມຸ້ງຫວັງຂອງມະນຸດທຸກຄົນ, ແຕ່ທາງພຸດທະສາສນາ ກ່າວ່າການເກີດເປັນເລື່ອງຍາກ ດັ່ງພຸດທະພົດທີ່ວ່າ.

"ກິຈໂສ ມະນຸສສາປະຕລາໂພ, ກິຈສັງມັຈຈານະ ຊິວິຕຕັງ, ກິຈສັງ ທັມມັສສະ ວະນັງ, ກິຈໂສ ພຸທທານຸ ປາໂມ"
ແປຄວາມວ່າ "ການເກີດມາເປັນມະນຸດແສນຍາກ, ການຈະໃຊ້ຊີວິຕໃນຄວາມເປັນມະນຸດແສນຍາກ, ການໄດ້ຟັງທັມ ເກີດສັດທາ ແລະໄດ້ບວດໃນສາສນາແສນຍາກ, ການຈະໄດ້ພົບພຣະພຸດທະເຈົ້າກໍ ແສນຍາກ"
- ເຮົາເຫັນວ່າ ການເກີດມາເປັນມະນຸດນັ້ນແສນຍາກ ຫາກບໍ່ມີບຸນເກົ່າບຸນຫຼັງຊັກນຳມາໃຫ້ເກີດກໍບໍ່ສາມາດ ເກີດໄດ້, ເມື່ອງເກີດມາແລ້ວ ຫາກບໍ່ມີບຸນກໍໃຊ້ຊີວິດໃນຄວາມເປັນມະນຸດນັ້ນກໍແສນຍາກ, ການຈະໄດ້ພົບທຳຄຳສອນຂອງ ພຣະພຸດທະສາສນາ ເພື່ອດຳເນີນຊີວິດດ້ວຍຄຸນຄ່າແທ້ຂອງຊີວິດນັ້ນກໍແສນຍາກ, ການະຈະໄດ້ພົບພຣະພຸດທະເຈົ້າ ຫຼືພົບຄຳສອນຂອງພຣະພຸດທະເຈົ້ານັ້ນແສນຍາກ, ຫາກທ່ານທັງຫຼາຍໄດ້ພົບຄວາມສຳເຣັດໃຣຄວາມຍາກ ໔ ປະການ ແລ້ວນັບວ່າທ່ານເປັນຜູ້ມີບຸນ.

- ເມື່ອມາແລ້ວ ຄົນເຮົາຈຶ່ງມັກສະຫຼອງວັນເກີດ ແຕ່ວ່າວັນເກີດຫຼັງຈາກໃຫຍ່ມາແລ້ວນັ້ນ, ມັນບໍ່ແມ່ນວັນເກີດແທ້ ຫາກແມ່ນວັນຄ້າຍວັນເກີດ ຂອງເຮົາ ທີ່ເກີດຂຶ້ນມາຈົນເຖິງປານນີ້ ມາຄົບຮອບວັນເກີດຕົນແລ້ວ ຄົນລາວເຮົາຈຶ່ງມັກສະຫຼອງວັນຄ້າຍວັນເກີດ.

- ເປົ້າໝາຍຂອງການສະຫຼອງວັນຄ້າຍວັນເກີດຂອງຄົນລາວປັດຈຸບັນ ຍັງບໍ່ທັນພົບຄວາມໝາຍຈະແຈ້ງວ່າເຂົາສະຫຼອງວັນຄ້າຍວັນເກີດເພື່ອວັດຖຸປະສົງມຸ້ງໝາຍແນວໃດ ແຕ່ມີຄົນຈຳນວນຫຼວງຫຼາຍສະຫຼອງວັນຄ້າຍວັນເກີດຕົນຕລອດ, ສ່ວນຫຼາຍມັກຈະ ສະຫຼອງວັນຄ້າຍວັນເກີດ ເພື່ອການກິນເຫຼົ້າ, ເພື່ອໃຫ້ໝູ່ ແລະຄົນນັບຖືມາມອບຂອງຂວັນ ແລະອື່ນໆ.

- ສ່ວນຄວາມໝາຍຂອງຄົນບູຮານ ໂດຍສະເພາະຊາວພຸດລາວໃນອະດີດມັກຈະສະຫຼອງວັນຄ້າຍວັນເກີດຂອງຕົນ ຄືເພື່ອສະແດງເຖິງຄວາມສຳເລັດທີ່ຕົນໄດ້ເກີດຂຶ້ນມາຈົນອາຍຸເຖິງປານນີ້, ອັນສອງເພື່ອຕໍ່ອາຍຸຂອງຕົນໃຫ້ຍືນຍາວ, ອັນສາມ ເພື່ອທຳບຸນເພື່ອຕອບບຸນແທນຄຸນພໍ່ແມ່, ອັນທີສີ ແມ່ນເພື່ອສ້າງສາສົມບຸນຂອງຕົນໃຫ້ເກີດມີຂຶ້ນ ເພື່ອສືບຕໍ່ອາຍຸຂອງຕົນໃຫ້ໝັ້ນຍືນຕາບເທົ້າອາຍຸໄຂ.

- ດ້ວຍເຫດນັ້ນວັນຄ້າຍວັນເກີດຂອງຄົນລາວບູຮານ ຈຶ່ງມີເຫດຜົນ ແລະເປັນໄປເພື່ອຄວາມດີຄວາມງາມທາງສາສນາ ປະເພນີ.

ກ. ປະເພນີ ແລະວິທີເຮັດວັນຄ້າຍວັນເກີດແບບຊາວພຸດ.
໑. ການກຽມເຮັດບຸນວັນຄ້າຍວັນເກີດ.
- ກ່ອນຈະເຖິງວັນຄ້າຍວັນເກີດແທ່ ໒ ວັນ, ຊາວລາວບູຮານມັກຈະອາທິຖານຈິດສະມາທານສິນຫ້າ ແລະປະຕິບັດຕົນ ຕາມປົກກະຕິໄປ, ຈົນຮອດວັນຄ້າຍວັນເກີດທີ່ກຳນົດເອົາຕາມປະຕິທິນທາງໂລກນັ້ນ ຊາວລາວບູຮານມັກຈະກະ ກຽມສິ່ງຂອງໄວ້ແຕ່ວັນກ່ອນແລ້ວ ສິ່ງທີ່ເຂົາກຽມ ຄື ດອກໄມ້ ທູບທຽນ ເພື່ອບູຊາ ແລະໄຫວ້ພຣະ, ດອກໄມ້ທູບທຽນ ແລະເຄື່ອງສົມມາບິດາມານດາ ຕາມຄວາມສາມາດ ບໍ່ວ່າຈະເປັນເຄື່ອງໃຊ້ປະຈຳຂອງແມ່ ຄື ຜ້າສະຫຼົ້ງ, ຜ້າຂາວມ້າ, ສິ້ນ ແລະແພສະໃບ ແຕ່ປັດຈຸບັນນີ້ອາດຊິບໍ່ໄດ້ໃຊ້ ອາດຈະໃຊ້ສົ້ງ, ແພ, ສິ້ນ ຫຼືສິ່ງຂອງໃດໆ ທີ່ລູກຫາເອງໄດ້ ສຳລັບຜູ້ຍັງບໍ່ທັນຫາໄດ້ ກໍບໍ່ຈຳເປັນຫາສິ່ງເລົ່ານັ້ນ ຂໍໃຫ້ມີແຕ່ທຽນຂັນຫ້າ ເພື່ອສົມມາພໍ່ແມ່ກໍຄືວ່າ ໃຊໄດ້ແລ້ວ, ເຄື່ອງໃສ່ບາດ ບາງຄົນມີຄວາມສາມາດເຮັດພາເຂົ້າທິບ ຫຼືເຮັດຈັດການລ້ຽງພຣະ-ເນນທັງວັດກໍໄດ້.

໒. ວິທີເຮັດບຸນສະຫຼອງວັນຄ້າຍວັນເກີດ.
- ຕອນເຊົ້າ ຂອງວັນເກີດໃຫ້ຕື່ນແຕ່ ໔ ໂມງ, ກຽມອາຫານ ແລະເຄື່ອງໃສ່ບາດ.
- ອາບນຳ້ແຕ່ງຕົວສວຍງາມ ຕາມທຳມະດາ(ບໍ່ຕ້ອງໃສ່ເຄື່ອງຂາວກໍໄດ້)
- ນຳເຄື່ອງສັກກະລະ ມີຂັນຫ້າ/ຂັນແປດໄປໄຫວ້ພຣະ(ຕາມລະບຽບການໄວ້ພຣະ)
- ນຳເຄື່ອງສົມມາ ແລະທຽນຂັນຫ້າໄປສົມມາພໍ່ແມ່ (ມີຄຳເວົ້າທີ່ເປັນແບບແຜນຕ່າງຫາກ)
- ແຕ່ງພາເຂົ້າໃຫ້ພໍ່ແມ່ກິນ (ຫຼືອີງຕາມການຕົກລົງ ແລະເວລາຈິງຂອງວັນທຳແທ້ໆ ເພາະຈະໄດ້ໄປຕັກບາດໜ້າບ້ານ)
- ໄປຕັກບາດໜ້າບ້ານ (ຫາກມີພຣະມາບິນທະບາດ-ບໍ່ຈຳເປັນຕ້ອງໃສ່ບາດໃຫ້ຄົບອາຍຸຂອງເຮົາ ພຣະເນນມາບິນທະບາດເທົ່າໃດ ກໍໃຫ້ໃສ່ເທົ່ານັ້ນ ທີ່ຄວນເອົາໃຈໃສ່ ຫາກມີພຣະ ມາບິນທະບາດໜ້າບ້ານປະຈຳ ຄວນທີ່ຈະໃສ່ບາດໜ້າບ້ານນັ້ນກ່ອນ ຈຶ່ງຈະໄປວັດ, ຂໍເນັ້ນອີກຢ່າງໜຶ່ງ ຫາກມີພຣະມາບິນທະບາດທີ່ບ້ານ ແຕ່ມີພຣະມານ້ອຍ ເຮົາໄປໃສ່ບາດທີ່ອື່ນເຖິງໃສ່ບາດພຣະຄົບອາຍຸເຮົາກໍຕາມບຸນຈັກບໍ່ໄດ້ຫຼາຍ ເພາະຖືເປັນການເລືອກການໃຫ້ທານ ເປັນບຸກຄະລິກະທານໄດ້ຜົນນ້ອຍ ໄດ້ອານິສົງນ້ອຍ) ເມື່ອວັດຍາດໂຍມມັກຈະເຮັດບຸນລ້ຽງພຣະ ຫຼືເຮັດເປັນພາເຂົ້າທິບກໍໄດ້.
- ຫຼັງຈາກຕັກບາດໜ້າເຮືອນແລ້ວ ຈຳເປັນຕ້ອງນຳອາຫານຫວານຄາວຕາມຄວາມຈຳເປັນ (ປັດໄຈສີ່) ໄປຍັງວັດ ເປົ້າໝາຍໄປທຳບຸນຢູ່ວັດໃນວັນເກີດຄ້າຍວັນເກີດເຮົານັ້ນ ເພາະເຮົາຈະໄດ້ສະແດງຕົນເປັນພຸດທະມາມະກະ, ໄດ້ສະມາທານຮັບເອົາສິນຈາກພຣະ, ໄດ້ກ່າວຄຳຖວາຍທານ ແລະໄດ້ໃຫ້ພຣະອ່ວຍພອນວັນເກີດ ດ້ວຍການສູດ ຄາຖາສະຫຼອງວັນເກີດ ຄື "ອາຍຸໂທ ພາລະໂທ ແລະອາຍຸວັດທະໂກ" (ເມື່ອໄປເຖິງວັດແລ້ວ ໃຫ້ບອກພຣະວ່າເປັນການ ເຮັດບຸນວັນຄ້າຍວັນເກີດຕົນ ພຣະສົງຈຶ່ງຈະນຳພາເຮັດບຸນວັນເກີດໄດ້ຖືກຕ້ອງຕາມປະເພນີ) ເວລາຈະເລືອກເຊົ້າ ຫຼືແລງກໍໄດ້ ຫາກໃຜມີຄວາມສາມາດພໍ ນິມົນພຣະມາພາທຳບຸນສະຫຼອງວັນເກີດ ທີ່ເຮືອນກໍຍິ່ງເປັນການດີ.
- ໝົດທັງວັນຂອງວັນຄ້າຍວັນເກີດເຮົານັ້ນເຮົາຕ້ອງຮັກສາສິນ ໕ ໃຫ້ບໍຣິບູນ ຫາກເຮົາຈະໄປໄຫວ້ພຣະທີ່ວັດຕ່າງໆ ກໍໄປ ຫຼືຫາກເຮົາມີວຽກເຮັດງານທຳ ກໍໄປທຳງານຂອງຕົນຕາມສະບາຍ ພຽງແຕ່ເຮົາຕ້ອງຖືສິນຫ້າ ສືບຕໍ່ໄປອີກ ສອງວັນ (ເຫດທີ່ຮັກສາສິນ ກ່ອນວັນຄ້າຍວັນເກີດ ໒ ວັນ ແລະຫຼັງວັນເກີດສອງວັນ ເພາະວ່າ ວັນດັ່ງກ່າວເປັນວັນໃກ້ຄຽງວັນເກີດຈິງຂອງເຮົາ ເພາະປະຕິທິນຈະປ່ຽນແປງສະເໝີ)
- ເມື່ອຄົບສອງວັນຫຼັງຈາກວັນຄ້າຍວັນເກີດຕົນແລ້ວ ຫາກທ່ານບາງທ່ານຍັງຕ້ອງຢາກເຮັດວັນເກີດແບບສະໄໝນິຍົມ ມີການກິນລ້ຽງ ແລະການເປົ່າເຄັກ ກໍໃຫ້ຈັດໄດ້ ເພື່ອລ້ຽງຍາດມິດ ແລະໝູ່ກອງພັກພວກ ອັນນີ້ມັນເປັນວຽກ ງານສັງຄົມ ຫາກເຫັນວ່າບໍ່ຈຳເປັນກະບໍ່ຄວນເຮັດ.

ວິທີສົມມາພໍ່ແມ່ ໃນວັນຄ້າຍວັນເກີດ ແລະໂອກາດໃດກໍໄດ້ ເຊັ່ນປີໃໝ່ ເຂົ້າພັນສາ ອອກພັນສາເປັນຕົ້ນ.
(ຈົບວິທີການເຮັດບຸນວັນເກີດ-ອ່ານກອນວັນຄ້າຍວັນເກີດ)

9.1.55

ວິທີສູດພຸດທະຄຸນໃຫ້ພຣະພຸດທະຮູບ ແລະວັດຖຸມຸງຄຸນ

- ພຣະພຸດທະຮູບບູຊາ ແລະຖືຄອງເພື່ອປ້ອງກັນ ແລະເພື່ອໃຫ້ເກີດໂຊກລາບວາດສະໜານັ້ນ ຄົນລາວບູຮານຖືໜັກ ຖືໜ້າຈົນກາຍເປັນຈິດສຳນຶກຂອງຄົນລາວ ແລະຄົນອາຊີ ທາງໄທຍວ່າ "ເຄື່ອງລາງຂອງຂັງ" ສ່ວນລາວມີຄຳເວົ້າວ່າ "ເຄື່ອງຄໍ້າຂອງຄູນ" ເມື່ອສຶກສາຄັກໄປກວ່ານັ້ນແລ້ວ ການຖື ຫຼືນັບຖືເຄື່ອງລາງຂອງຂັງ ຫຼືເຄື່ອງຄຳ້ຂອງຄູນນັ້ນ ບໍ່ແມ່ນສະເພາະແຕ່ຄົນລາວ ຄົນໄທຍ ຫຼືຊາວອາຊີເທົ່ານັ້ນ, ຫາກແມ່ນຄົນທັງໂລກບໍ່ວ່າຊາດໃດໆ ລ້ວນແຕ່ນັບຖື ເຄື່ອງລາງຂອງຂັງ ເຄື່ອງຄໍ້າຂອງຄູນດ້ວຍກັນທັງນັ້ນ ຫາກແຕ່ແຕ່ວ່າ "ວັດຖຸນຳມາເຮັດຕ່າງກັນ, ວິທີເຮັດຕ່າງກັນ, ພື້ນຖານວັດທະນະທຳຕ່າງກັນ ຮູບແບບການເຮັດ, ວັດຖຸນຳມາເຮັດ ແລະວິທີ່ເຮັດຕ່າງກັນ ແຕ່ຫາກວ່າວັດຖຸປະສົງ ຂອງການນຳມາໃຊ້ນັ້ນ ເມື່ອເພື່ອບຳບັດທຸກ ບຳລຸງສຸກໃຫ້ແກ່ຜູ້ສັດທາໄດ້ເປັນທີ່າເພິ່ງ ດ້ວຍກັນທັງນັ້ນ.

ກ. ເຄື່ອງຄ້ຳຂອງຄູນມີຫຍັງແນ່ ? 
໑. ພຣະພຸດທະຮູບນ້ອຍໆ ປາງຕ່າງໆ ເຮັດດ້ວຍວັດຖຸຕ່າງໆ
໒. ພຣະສົງຜູ້ຊົງຄຸນ ເຮັດດ້ວຍວັດຖຸຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໓. ເທວະຮູບອົງຕ່າງໆ ແລະປາງຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໔. ສັດຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໕. ວັດຖຸຕ່າງໆ
໖. ກະຕຸດ ເຮັດດ້ວຍຄັ່ງ.
໗. ໝາກຫຼອດ ລົງຄາຖາຕ່າງ ເຮັດດ້ວຍວັດຖຸຕ່າງໆ.
໘. ຜ້າຍັນຕ໌

ຂ. ຜູ້ທີ່ເຮັດ.
໑. ພຣະສົງຜູ້ຊົງຄຸນທຳ.
໒. ລູກສິດຂອງພຣະສົງຜູ້ຊົງຄຸນທຳ.
໓. ຄະຣາວາ​ດ ຜູ້ຮຽນວິຊາ.
(ເນັ້ນຢໍ້າ ເຄື່ອງຄໍ້າຂອງຄູນເລົ່ານີ້ ຄົນທີ່ມີຄຸນທຳ ແລະຮຽນມົນຄາຖາເທົ່ານັ້ນເຮັດໄດ້, ພວກທີ່ອ້າງວ່າ ຜີເຈົ້າເຂົ້າຊົງ ແລ້ວນໍາມາໃຫ້ ສ່ວນຫຼາຍຈະເປັນພວກແອບອ້າງໃຫ້ເຮົາເຊື່ອ)


ຄ. ເຮັດເວລາໃດ ?
໑. ວັນອັງຄານ ວັນພະຫັດ ແລະວັນເສົາ ແລະວັນສິນ ຫາກວັນເລົ່ານີ້ກົງກັບວັນສິນຍິ່ງປະສິດທິດີ (ອິງຕາມປະເພດຂອງມົນ ແລະຄາຖາ ເຮັດເພື່ອຫຍັງ, ຄັນເຮັດເພື່ອຄົງ ມັກເຮັດວັນຄານ, ຄໍ້າຄູນ ແລະນິຍົມມັກເຮັດວັນພະຫັດ ແລະວັນເສົາ.


ງ. ວິທີເຮັດ.
໑. ເອົາວັດຖຸມາລົງຄາຖາ ອາຄົມໃສ່ ດ້ວຍເຫຼັກຈານ ຫຼືວັດຖຸໃດກໍໄດ້.
໒. ຄວັດວັດຖຸດ້ວຍມີດ ສີ່ວເປັນຮູບສິ່ງຕ່າງໆ ແລະຄາຖາ.
໓. ຫຼໍ່ວັດຖຸດ້ວຍເບົ້າຫຼໍ່.
໔. ຂຽນຄາຖາດ້ວຍປາກກາແລະບິກ.


ຈ. ສູດພຸດທະຄຸນ ແລະອາຄົມ.
໑. ແຕ່ງຄາຍ ຕາມທີ່ຄູອາຈານກຳນົດໄວ້.
໒. ໄຫວ້ພຣະ ຕັ້ງຈິດອະທິຖານ.
໓. ສູດຄາຖາອາຄົມ ຕາມກຳນົດຫຼາຍນ້ອຍ.
໔. ເພັງຈິດອະທິຖານ.


ຊ. ເມື່ອສູດແລ້ວ ຈະຮູ້ໄດ້ວ່າເຄື່ອງວັດຖຸມຸງຄຸນນັ້ນວ່າອັນໃດສັກສິດບໍ່ສັກສິດ (ຕາມແບບຂອງພຣະອາຈານໃຫຍ່ປີ ຊາວັດ ທາດຝຸ່ນເວົ້າໃຫ້ຜູ້ຂຽນຟັງວ່າຈັ່ງຊີ້)
໑. ເວລາສູດ ຫາກເປັນພຣະ ແລະວັດຖຸມຸງຄຸນ ໃຫ້ຫາພາສະນະມາອັນໜຶ່ງ ແລ້ວເອົາວັດຖຸມຸງຄຸນໃສ່ໄວ້ ໃຫ້ຂວ້ຳໜ້າລົງ ແລ້ວສູດຈົນພຣະ ຫຼືວັດຖຸມຸງຄຸນນັ້ນຫງາຍໜ້າຂຶ້ນຈຶ່ງເລືອກອອກມາ.
໒. ເກັບທ້ອນໂຮມພຣະ ແລະວັດຖຸມຸງຄຸນ ທີ່ປິ້ນກັບຕາມປາດຖະໜານັ້ນມາໄວ້ພາສະນະໃໝ່ ແລ້ວສູດຈົນພຣະ ແລະວັດຖຸມຸງຄຸນປິ້ນກັບ ຫຼືຫາກເປັນພຣະຈົນພຣະນັ້ນນັ່ງຂຶ້ນ ຈຶ່ງເອົາໄວ້ແລ້ວຈຶ່ງເອົາສິ່ງນັ້ນໃຫ້ຍາດໂຍມໄປໃຊ້ ເກີດມຸງຄຸນແລ.