29.6.58

ຄຳໄຫວ້ພຣະຫຍໍ້






            ຄຳໄຫວ້ພຣະ

          ແບບຫຍໍ້

                              ໄຫວ້ພຣະເຊົ້າ-ແລງສຳລັບຄະຣາວາດ ຢູ່ທີ່ເຮືອນ, 
                        ໄຫວ້ພຣະປະຈໍາວັນແບບຫຍໍ້ ເໝາະແກ່ຜູ້ມີເວລານ້ອຍ  
                      (ໄຕ້ທຽນ ຈູດທູບ ຂາບລົງ ໓ ຄັ້ງ"ໄຕ້ທຽນໃຫ້ຈຸດທຽນເບື້ອງຂວາ" ພຣະພຸດທະຮູບກ່ອນ) 

1. ກ່າວຊຸມນຸມເທວະດາ 
(ກ່ອນຈະຟັງທັມ ຫຼືສູດມົນໃຫ້ວ່າຄຳອັນເຊີນເທວະດາດັ່ງຕໍ່ໄປນີ້) 

ສະມັນຕາ  ຈັກກະວາເລສຸ  ອັຕຕະຣາຄັດສັນຕຸ  ເທວະຕາ  ສັດທັມມັງ ມຸນິຣາຊັດສະ  ສຸນັນຕຸ  ສັກຄະໂມກຂະທັງ ຯ 

    ສັກເຄກາເມຈະຣູເປ  ຄິຣິສິຂະຣະຕະເຕ  ຈັນຕະລິກເຂ  ວິມາເນ  ທີເປ ຣັດເຖຈະ  ຄາເມ  ຕະຣຸວະນະຄະຫາເນ  ເຄຫະ  ວັດຖຸມຫິ  ເຂດເຕ  ພູມມາ  ຈາຍັນຕຸ  ເທວາຊະລະຖະລະວິສະເມ  ຍັກຂະຄັນທັບພະນາຄາ ຕິດຖັນຕາ  ສັນຕິເກ ຍັງ ມຸນິວະຣະຈະນັງ  ສາທະໂວເມ  ສຸນັນຕຸ; ທັມມັດສະວະນະກາໂລ  ອາຍັມພະທັນຕາ  ທັມມັດສະວະນະກາໂລ  ອາຍັມພະທັນຕາ;  ທັມມັດສະວະນະກາໂລ ອາຍັມພະທັນຕາ.  
    ເທວາ ອັນວ່າເທພະຍຸດາເຈົ້າທັງຫລາຍ  ຝູງທີ່ຢາຍຢັ້ງຢູ່ ສະພູ່ພ້ອມພາຍສະວັນ  ອັນເປັນຊັ້ນ ກາມາແລະຣູບປະພົບ ກັບທັງ ເທພະເຈົ້າ ເຫລົ່າພູມມາເຊິ່ງສະຖິດຢູ່ໃນທິບພາພິມານມາດ ອັນຕັ້ງຢູ່ຕາມອາກາດຈອມດອຍ  ພູຜາຍອຍສູງຕ່ຳ ແລະອັນ ເລື່ອນລອຍຢູ່ຖ້ຳເວຫາ  ກັບທັງ ເນື້ອທີ ປ່າເກາະ ດອນດ່ານດ້າວປະເທດທ້າວແດນເມືອງຢາຍນອງເນືອງແຄ່ບ້ານ ກັບທັງຢາຍ ຢູ່ຖ້ານພຶກສາແດນດົງຫນາປ່າເຫລົ່າເຮື້ອ  ເຄຫະເນື້ອໄຮ່ນາສວນ ທັງໝູ່ມວນອາຮັກອັນເປັນ ເຊື້ອຍັກຄັນທັບພະນາຄາ  ຕິດຖັນຕາ ອັນສະຖິດຢູ່ໃນເຖື່ອນຖ້ຳທາງນ້ຳແລະທາງບົກ ທີ່ຕີນ ຕົກ ສູງຕ່ຳ ອັນບໍ່ພ່ຳສເມີກັນ  ສັນຕິເກ  ອັນມີຢູ່ໃນທີ່ໄກ ແລະທີ່ໃກ້  ອາຍັນເຕ ຂໍຈົ່ງໃຫ້ຍາຕຣາ ເຊີນເຂົ້າມານະສະຖານທີ່ນີ້ ອັນວ່າຄຳໃດຊີ້ຊ່ອງຄຳສອນແຫ່ງພຣະຊິນນະວອນມຸນີນາດ  ດູຣາ ທ່ານເຊື້ອຊາດສັບປຸຣິສາ  ສຸນັນຕຸ  ຂໍຈົ່ງໄດ້ຕັ້ງໂສຕາ  ປົງເຈຕະນາລົງໃນ ຕັງຂະນິກະສະມາທິ ຕັ້ງສະຕິປະຄອງ ເຊິ່ງມະນະ ສິການ ຟັງອຸທານຄຳຝູງຂ້າ ຈັກກ່າວໃນບັດນີ້ເທີ້ນ. ທັມມັດສະວະນະກາໂລ  ອະຍັມພະທັນຕາ ຂະນະນີ້ເປັນຍາມດີຄວນຟັງ ທັມແຫ່ງພຣະມຸນີໂດຍ ເຄົາຣົບກໍຂ້າເທີ້ນ.

2.  

- ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ  (ສາມຈົບ)

(ວາງລົງແລ້ວ, ຂາບ ໑ ຄັ້ງ) ຫລືຈະໃຊ້ບົດຕໍ່ໄປນີ້ກໍໄດ້ (ທີ່ນິຍົມໃຊ້ໃນງານພິທີຕ່າງໆເປັນປະຈຳ)

ອິມິນາ  ສັກກາເຣນະ  ຕັງ  ພຸທທັງ  ອະພິປູຊະຍາມະ 
ອິມິນາ  ສັກກາເຣນະ  ຕັງ  ທັມມັງ  ອະພິປູຊະຍາມະ
ອິມິນາ  ສັກກາເຣນະ  ຕັງ  ສັງຄັງ  ອະພິປູຊະຍາມະ

3. ຄໍາໄຫວ້ພຣະຣັຕນະໄຕຣ 
- ອະຣະຫັງ  ສັມມາສັມພຸດໂທ  ພະຄະວາ  ພຸດທັງ  ພະຄະວັນຕັງ ອະພິວາເທມິ (ຂາບ)     
- ສວາກຂາໂຕ  ພະຄະວະຕາ  ທັມໂມ  ທັມມັງ  ນະມັສສະມິ. (ຂາບ)    
- ສຸປະຕິປັນໂນ  ພະຄະວະໂຕ  ສາວະກະສັງໂຄ  ສັງຄັງ  ນະມາມິ 
*    ຂາບລົງນຶ່ງຄັ້ງ

ພຸທທັງ  ສະຣະນັງ  ຄັສສະມິ   
ທັມມັງ  ສະຣະນັງ  ຄັສສະມິ    
ສັງຄັງ  ສະຣະນັງ  ຄັສສະມິ
ທຸຕິ  ຍັມປິ  ພຸທທັງ  ສະຣະນັງ  ຄັສສະມິ 
ທຸຕິ  ທັມປິ  ທັມມັງ  ສະຣະນັງ  ຄັສສະມິ
ທຸຕິ  ຍັມປິ  ສັງຄັງ  ສະຣະນັງ  ຄັສສະມິ
ຕະຕິ  ຍັມປິ  ພຸທທັງ  ສະຣະນັງ  ຄັສສະມິ
ຕະຕິ  ທັມປິ  ທັມມັງ  ສະຣະນັງ  ຄັສສະມິ
ຕະຕິ  ຍັມປິ  ສັງຄັງ  ສະຣະນັງ  ຄັສສະມິ. 
*    ຂາບລົງນຶ່ງຄັ້ງ

4. ໄຫວ້ບົດພຸທທະຄຸນ 
ອິຕິປິໂສ  ພະຄະວາ  ອະຣະຫັງສັມມາສັມພຸທໂທ  ວິຊຊາຈະຣະນະສັມປັນໂນ ສຸຄະໂຕ  ໂລກະວິທູ  ອະນຸຕຕະໂຣ  ປຸຣິສະທັມມະສະຣະຖີ  ສັຕຖາເທວະມະນຸສສານັງ  ພຸດໂທ  ພະຄະວາ ຕິ.
*    ຂາບລົງນຶ່ງຄັ້ງ

5. ໄຫວ້ບົດທັມມະຄຸນ  
ສ໌ວາກຂາໂຕ  ພະຄະວະຕາ  ທັມໂມ  ສັນທິຕຖິໂກ  ອະກາລິໂກ  ເອຫິ ປັສສິໂກ  ໂອປະນະຍິໂກ  ປັຈຈັຕຕັງ  ເວທິຕັພໂພ  ວິນຍູຮີຕິ. 
*    ຂາບລົງນຶ່ງຄັ້ງ
  
6. ໄຫວ້ບົດສັງຄະຄຸນ 
ສຸປະຕິປັນໂນ  ພະຄະວະໂຕ  ສາວະກະສັງໂຄ,  ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,  ຍາຍະປະຕິປັນໂນ  ພະຄະວະໂຕ ສາວະກະສັງໂຄ,  ສາມິຈິປະຕິປັນໂນ  ພະຄະວະໂຕ  ສາວະກະສັງໂຄ, ຍະທິທັງຈັຕຕາຣິ  ປຸຣິສາຍຸຄານິ  ອັຕຖະປຸຣິສະ  ປຸຄຄະລາ  ເອສະ ພະຄະວະໂຕ  ສາວະກະສັງໂຄ  ອາຫຸເນຍໂຍ  ປາຫຸເນຍໂຍ  ທັກຂິເນຍໂຍ ອັນຊະລີ  ກະຣະນິໂຍ  ອະນຸຕຕະຣັງ  ປຸນຍັກເຂຕຕັງ  ໂລກັສສະ ຕິ.
*    ຂາບລົງນຶ່ງຄັ້ງ

(ຕໍ່ໄປສູດສະເດາະເຄາະຕົນເອງ).
- ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ  (ສາມຈົບ)

 - ໄຊຍະ ໄຊຍະ ພຸດໂທ, ໄຊຍະ ໄຊຍະ ທັມໂມ, ໄຊຍະ ໄຊຍະ ສັພພະຣາຊາ (ເທົ່າອາຍຸຕົນ) 

ສູດເສີມດວງ: 
ອິຕິປິໂສ ພະຄະວາ ອະຣະຫັງສັມມາ ສັມພຸດໂທ ວິດຊາຈາຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸດ ຕະໂລ ປຸຣິສະທັມມັດສະຣະຖີ ສັດຖາເທວະມະນຸດສານັງ ພຸດໂທ ພະຄະວາຕິ (ເທົ່າອາຍຸ) 

ກ່າວຄຳບູຊາໂຊກດ້ວຍຕົນເອງ:
ທຸກຂັປປັຕຕາ ຈະ ນິຈທຸກຂາ ພະຍັບປັດຕາ ຈະ ນິບພະຍາ ໂສກັປປັຕຕາ ຈະນິຈໂສກາ ໂຫນຕຸ
ສັບເພປິ ປານິໂນ ເອດຕາວະຕາ ຈະ ອັມເຫຫິ ສັມພະຕັງ ປຸນຍະສັມປະທັງ
ສັບເພ ເທວານຸໂມທັນຕຸ ສັດທາຍະ ສີລັງ ຣັກຂັນຕຸ ສັບພະທາ ພາວະນາພິຣະຕາໂຫນຕຸ ຄັດສັນຕຸ ເທວະຕາຄະຕາຯ ສັບເພ ພຸດທາ ພະລັບປັດຕາ ປັດເຈກການັນຈະ ຍັງ ພະລັງ ອະຣະຫັນຕານັນຈະ ເຕເຊນະ ຣັກຂັງ ພັນທາມິ ສັບພະໂສ ຯ  

ຂ້ານ້ອຍຊື່ວ່າ (ບອກ ຊື່ຕົນ ເອງນາມສະກຸນພ້ອມ) ອາຍຸ….ປີ, ຂໍໃຫ້ເຖິງເຊິ່ງ ຄວາມຈະເຣີນຮຸ່ງເຮືອງ ມີໂຊກ ມີໄຊ ຊະຍະ ສິທທິ ທະນັງ ລາພັງ ໂສຕຖິງ ພະຄະຍັງ ສຸຂັງ ພະລັງ ສີຣິ ຈະ ອາຍຸ ຈະ ວັນໂນ ຈະ ໂພຄັງ ວຸດທິ ຈະຍະ ສະຕະວັສສາ ຈະ ອາຍູ ຈະ ສິທທິ ພະວັນຕຸ ເມ  (ວ່າ ໓ ຫົນ). 

ສູດກຳຈັດເຄາະ ກຳຈັດຝັນບໍ່ດີ ກໍາຈັດລາງຮ້າຍຕ່າງໆ ຮຽກວາອະພະຍະປຣິຕສູດ "ສູດຂະຈັດພັຍແລະເຄາະຮ້າຍ ແລະຄວາມຢ້ານກົວ"

- ປຸນຍະລາພັງ ມະຫາເຕຊັງ ວັນນະກິດຕິ  ມະຫາຍະສັງ     ສັບພະສັດຕະຫິຕັງ  ຊາຕັງ  ຕັງ  ສຸນັນຕຸ ອະເສສະໂຕ  ອັຕຕັບປະຣະຫິຕັງ  ຊາຕັງ ປະຣິດຕັນຕັມພະນາມະ  ເຫ ຯ

- ຍັນທຸນນິມິດຕັງ  ອະວະມັງຄະລັນຈະ ໂຍ ຈາມະນາໂປ  ສະກຸນນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທທາ ນຸພາເວນະ ວິນາສະເມນຕຸ ຯ 

- ຍັນທຸນນິມິດຕັງ  ອະວະມັງຄະລັນຈະໂຍ ຈາມະນາໂປ ສະກຸນນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ທັມມານຸພາເວນະ ວິນາສະເມນຕຸຯ 

- ຍັນທຸນນິມິດຕັງ ອະວະມັງຄະລັນຈະໂຍ  ຈະມະນາໂປ  ສະກຸນັດສະ  ສັດໂທ  ປາປັກຄະໂຫ  ທຸດສຸປິນັງ  ອະກັນຕັງ  ສັງຄານຸພາເວນະ ວິນາດສະເມນຕຸ ຯ 
*    ຂາບລົງນຶ່ງຄັ້ງ
   
ຄາຖາພາວະນາອື່ນໆ 

1). ນະ ມະ ອະ ອຸ ນະ ໂມ ພຸດ ທາ ຍະ ນະ ມະ ພະ ທະ ຈະ ພະ ກະ ສະ (໙ ຫົນ) 

2). ອິສວາສຸ ສຸສວາອິ (໙ ຫົນ) 

(ໝາຍເຫດ: ຄາຖາພາວະນາອື່ນໆນີ້ ຫາກທ່ານມີເພີ່ມຕື່ມ ຫຼືມີຄວາມປາຖນາຢາກຈະໄຫວ້ ກໍສາມາດທຳໄດ້)

ຢາດນໍ້າແບບສັ້ນໆ 
ອິທັງໂນ ຍາຕິນັງໂຫຕຸ ສຸຂິຕາໂຫນຕຸ ຍາຕະໂຍ. 
ຂໍຜົນບຸນນີ້ ຈົ່ງໄປເຖີງຍາດທັງຫລາຍຂອງຂ້າພະເຈົ້າດ້ວຍເທີ້ນ.

(ອະທິຖານແຜ່ໄພສານໄປທົ່ວສັບພະສັດ) 

ຄຳແຜ່ເມຕຕາໃຫ້ແກ່ຕົນເອງ:
ອະຫັງ ສຸຂິໂຕ ໂຫມິ, ຂໍໃຫ້ຂ້າພະເຈົ້າມີຄວາມສຸກ, ນິດທຸກໂຂ,ປາສຈາກຄວາມທຸກ;    
ອະເວໂຣ, ບໍ່ມີເວນ; ອັບພະຍາປັດໂຊ, ອະນິໂຄ, ບໍ່ມີຄວາມທຸກກາຍ ທຸກໃຈ; ອະຫັງ ສຸຂີອັຕຕານັງ ປະຣິຫາຣາມິ, ຂໍໃຫ້ຂ້າພະເຈົ້າມີຄວາມສຸກ ຮັກສາຕົນໃຫ້ພົ້ນຈາກທຸກພັຍ ອັນຕະລາຍທັງສິ້ນເຖີດ.

ຄຳແຜ່ເມຕຕາໃຫ້ຄົນອື່ນ:
ສັພເພ ສັຕຕາ, 
ສັດທັງຫລາຍທັງປວງ ທີ່ເປັນເພື່ອນທຸກເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ; 
ນິດທຸກໂຂ, ປາສຈາກຄວາມທຸກ, ອະເວໂຣ, ອັບພະຍາປັດໂຊ, ບໍ່ມີຄວາມບຽດບຽນ; ອະນີໂຄ,ບໍ່ມີຄວາມທຸກກາຍ ທຸກໃຈ; ສຸຂີອັຕຕານັງ ປະຣິຫາຣັນຕຸ,ຈົ່ງມີຄວາມສຸກກາຍ ສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກພັຍ ອັນຕະລາຍທັງສິ້ນເຖີດ.

7. ວັນທາໃຫຍ່ 
- ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັບພັງ ສັບພັດຖະ ຖາເນ ສຸປະຕິດຖິຕັງ ສາຣີຣິກະທາຕຸ ມະຫາໂພທິງ ພຸດທະຣູປັງ ສັກາຣັງ ສະທາ ວະຈະສາ ມະນະສາ ເຈວະ ວັນທາ ເມ ເຕ ຕະຖາຄະເຕ  ສະຍາເນ ອາສະເນ ຖາເນ ຄະມະເນ  ຈາປິ  ສັບພະທາ 
*    ຂາບລົງນຶ່ງຄັ້ງ

8. ວັນທານ້ອຍ 
- ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັບພັງ ສາມິນາກະຕັງ ປຸນຍັງ ໄມຫັງ ທາຕັບພັງ ສາທຸ ສາທຸ ອະນຸໂມທາມິ. 
*    ຂາບລົງສາມຄັ້ງ (ຈົບພິທິ)

ຄຳສູດມົນຫຍໍ້
ສ່ວນມາກຈະເປັນການໄຫວ້ພຣະຮວມ ຍາມມາວັດ ຫລື ເຮັດບຸນ


1.  ຄຳບູຊາພຣະພຸທ ພຣະທັມ ພຣະສົງຄ໌ ແລະ ຄຳໄຫວ້ພຣະຣັຕນະໄຕຣ
ອິມິນາ ສັກກາເຣນະ ຕັງ ພຸທທັງ ອະພິປູຊະຍາມະ ອະຣະຫັງ ສັມມາສັມພຸທໂທ ພະຄະວະ ພຸທທັງ ພະຄະວັນຕັງ ອະພິວາເທມິ 
*    ຂາບລົງນຶ່ງເທື່ອ 
ອິມິນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັສສາມິ 
*    ຂາບລົງນຶ່ງເທື່ອ                
ອິມິນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ 
*    ຂາບລົງນຶ່ງເທື່ອ  
            
2.  
ນະໂມຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ  (ສາມຈົບ)

3.  ຄຳບູຊາພຣະຣັຕນະໄຕຣ
ພຸທທັງ ສະຣະນັງ ຄັຈສາມິ     ທັມມັງ ສະຣະນັງ ຄັຈສາມິ        ສັງຄັງ ສະຣະນັງ ຄັຈສາມິ 
ທຸຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ     ທຸຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ     ທຸຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ
ຕະຕິຍັມປິ ພຸທທັງ ສະຣະນັງ ຄັຈສາມິ     ຕະຕິຍັມປິ ທັມມັງ ສະຣະນັງ ຄັຈສາມິ     ຕະຕິຍັມປິ ສັງຄັງ ສະຣະນັງ ຄັຈສາມິ
*    ຂາບລົງນຶ່ງເທື່ອ 
        
4.     
(ພຸທຄຸນ) ອິຕິປິໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ວິຊຊາ ຈະຣະນະ ສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະ ທັມມາ ສາຣະຖີ ສັຕຖາ ເທວະ ມະນຸສສານັງ ພຸທໂທ ພະຄະວາຕິ
*    ຂາບລົງແລ້ວວ່າ
ກາເຍນະ ວາຈາຍະ ວະ ເຈຕະສາ ວາ ພຸທເທ ກຸກັມມັງ ປະກະຕັງ ມະຍາຍັງ ພຸທໂທ ປະຕິຄຄັນຫະຕຸ ອັຈຈະຍັນຕັງ ກາລັນຕະເຣ ສັງວະຣິຕຸງ ວະ ພຸທເທ
(ທັມມະຄຸນ)
*    ຂາບລົງແລ້ວວ່າ 
ກາເຍນະ ວາຈາຍະ ວະ ເຈຕະສາ ວາ ທັມເມ ກຸກັມມັງ ປະກະຕັງ ມະຍາ ຍັງ ທັມໂມ ປະຕິຄຄັນຫະຕຸ ອັຈຈະຍັນຕັງ ກາລັນຕະເຣ ສັງວະຣິຕຸງ ວະ ທັມເມ
(ສັງຄະຄຸນ)     ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍາຍະ ປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສາມີຈິ ປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍະທິທັງ, ຈັຕຕາຣິ ປຸຣິສາຍຸຄານິ ອັຕຖະ ປຸຣິສາ ປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ  ອາຫຸເນຍໂຍ  ປາຫຸເນຍໂຍ  ທັກຂິເນຍໂຍ  ອັນຊະລີກະຣະນິໂຍ ອະນຸຕຕະຣັງ  ປຸນຍັກເຂຕຕັງ ໂລກັສສະຕິ
*    ຂາບລົງແລ້ວວ່າ
ກາເຍນະ ວາຈາຍະວະ ເຈຕະສາ ວາ ສັງເຄ ກຸກັມມັງ ປະກະຕັງ ມະຍາຍັງ ສັງໂຄ ປະຕິຄຄັນຫາຕຸ ອັຈຈະຍັນຕັງ ກາລັນຕະເຣ ສັງວະຣິຕຸງ ວະ ສັງເຄ
*    ຂາບລົງນຶ່ງເທື່ອ 

 5. ຄຳວັນທາໃຫຍ່ ໄຫວ້ພຣະພຸທເຈດີ
ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັພພັງ ສັພພັຕຖະ ຖາເນສຸປະຕິຕຖິຕັງ ສາຣີຣິກະທາຕຸ ມະຫາໂພທິງ ພຸທທະຣູປັງ ສັກກະລັງ ສະທາ ວະຈະສາ ມະນະສາ ເຈວະ ວັນທາ ເມເຕ ຕະຖາຄະເຕ  ສະຍະເນ ອາສະເນ ຖາເນ ຄະມະເນ ຈາປິ ສັພພະທາ,
*    ຂາບລົງນຶ່ງເທື່ອ

6.           
ອຸກາສະ ວັນທາມິ ພັນເຕ ສັພພັງ ອະປະຣາທັງ ຂະມະຖະເມ ພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມທິຕັພພັງ ສາມິນາ ກະຕັງ ປຸນຍັງ ມັຍຫັງ ທາຕັພພັງ ສາທຸ ສາທຸ ອະນຸໂມທາມິ,
*    ຂາບລົງສາມເທື່ອ  


ບົດສູດອຸທິສສ່ວນກຸສົນ

ອິທັງ ເມ ມາຕາປິຕຸນັງ ໂຫຕຸ ສຸຂິຕາ ໂຫນຕຸ ມາຕາປິຕະໂຣ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ມານດາບິດາຂອງຂ້າພະເຈົ້າ ຂໍໃຫ້ມານດາບິດາຂອງຂ້າພະເຈົ້າມີຄວາມສຸກ 

ອິທັງ ເມ ຍາຕິນັງ ໂຫຕຸ ຍາຕິນັງ ສຸຂິຕາ ໂຫນຕຸ ຍາຕະໂຍ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ຍາຕທັ້ງຫລາຍຂອງຂ້າພະເຈົ້າ ຂໍໃຫ້ ຍາຕທັ້ງຫລາຍຂອງຂ້າພະເຈົ້າມີຄວາມສຸກ 

ອິທັງ ເມ ຄຸຣູປັຊຊາຍາຈະຣິຍານັງ ໂຫຕຸ ສຸຂິຕາ ໂຫນຕຸ ຄຸຣູປັຊຊາຍາຈະຣິຍາ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ຂໍໃຫ້ ຄຣູອຸປັຊຊາອາຈານຂອງຂ້າພະເຈົ້າ ມີຄວາມສຸກ 

ອິທັງ ເມ ສັພພະເທວະຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເທວາ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ເທວະດາທັ້ງຫລາຍທັ້ງປວງ ຂໍໃຫ້ ເທວະດາທັ້ງຫລາຍທັ້ງປວງ ມີຄວາມສຸກ 

ອິທັງ ເມ ສັພພະເປຕານັງ ໂຫຕຸ ສຸຂິຕາ ໂຫນຕຸ ສັພເພເປຕາ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ເຜດທັ້ງຫລາຍທັ້ງປວງ ຂໍໃຫ້ ເຜດທັ້ງຫລາຍທັ້ງປວງ ມີຄວາມສຸກ 

ອິທັງ ເມ ສັພພະເວຣີນັງ ໂຫຕຸ  ສຸຂິຕາ ໂຫນຕຸ ສັພເພເວຣີ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ເຈົ້າກັມນາຍເວນທັ້ງຫລາຍທັ້ງປວງ ຂໍໃຫ້ ເຈົ້າກັມນາຍເວນທັ້ງຫລາຍທັ້ງປວງ  ມີຄວາມສຸກ 

ອິທັງ ເມ ສັພພະສັຕຕານັງ ໂຫຕຸ  ສຸຂິຕາ ໂຫນຕຸ ສັພເພສັຕຕາ, 
ຂໍສ່ວນບຸນນີ້ຈົ່ງສຳເຣັດແກ່ ສັຕວ໌ທັ້ງຫລາຍທັ້ງປວງ ຂໍໃຫ້ ສັຕວ໌ທັ້ງຫລາຍທັ້ງປວງ  ມີຄວາມສຸກ 

ບົດສູດແຜ່ເມຕຕາ

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ

ອະເວຣາ ໂຫນຕຸ   ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ມີເວຣແກ່ກັນແລະກັນເລີຍ

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ

ອັພພະຍາປັຊຊາ ໂຫນຕຸ   

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ

ອະນິຄາ ໂຫນຕຸ    ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ຄວາມທຸກກາຍ ທຸກໃຈເລີຍ 

 ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ

ສຸຂີ ອັຕຕານັງ ປະຣິຫະຣັນຕຸ  ຈົ່ງມີຄວາມສຸກກາຍ ສຸກໃຈ ຮັກສາຕົນ ໃຫ້ພົ້ນຈາກທຸກພັຍ ທັງສິ້ນດ້ວຍເທີ້ນ

    

11.9.55

ວິທີສົມມາພໍ່ແມ່ ໃນວັນຄ້າຍວັນເກີດ ແລະໂອກາດໃດກໍໄດ້ ເຊັ່ນປີໃໝ່ ເຂົ້າພັນສາ ອອກພັນສາເປັນຕົ້ນ

- ຫຼັງຈາກໄຫວ້ພຣະໃນຫ້ອງພຣະແລ້ວ ໃຫ້ເອົາຂັ້ນສົມມາພໍ່ແມ່ ທີ່ກຽມໄວ້ແລ້ວ ພ້ອມເຄື່ອງສົມມາ (ຂອງຂວັນ) ໄປຫາພໍ່ແມ່ທີ່ໃດກໍໄດ້ ເຫັນວ່າສົມຄວນໃນເຮືອນຕົນນັ້ນ ພໍ່ນັ່ງຂວາ ແມ່ນັ່ງຊ້າຍ ແລ້ວລູກຈຶ່ງຂາບລົງ ໃສ່ຕັກພໍ່ 1 ຄັ້ງ, ໃສ່ຕັກແມ່ 1 ຄັ້ນແລ້ວຍົກຂັນສົມມາ(ຂັນ 5 ພ້ອມຂອງຂວັນ) ໃສ່ຫົວແລ້ວກ່າວ ເປັນພາສາປາລີວ່າ ດັ່ງນີ້:

(ສິ່ງທີ່ກ່າວເທິງນັ້ນ ເວົ້າສະເພາະທີ່ທ່ານກຽມໄວ້ແລ້ວ ຫຼືມີແລ້ວ ຫຼຶຖ້າບໍ່ມີ ກໍເອົາແຕ່ດອກໄມ້ ແລະທຽນແນວລະຄູ່ກໍໄດ້)

1. ຄຳຄາຣະວະ ເປັນພາສາປາລີ.
ມາຕາ ປິຕຸ ປະມາເທນະ ທວາຣະຕະເຍ ນະກະຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ປັດຈຸປັນນັງ ເມ ໂທສັງ ສັບພັງໂທສັງ ຍັງ ຍັງ ໂທສັງ ຂະມະຕຸໂນ ພັນເຕ (ວ່າແບບດຽວ ໃຫ້ຄົບ 3 ຫົນ)
 2. ຄຳຄາຣະວະ ເປັນພາສາລາວ.
ກາຍະກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະ ໂມໂຫ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັດຈຸບັນ ບາບເພາະໄດ້ ສະຫຼັ້ງພັ້ງພາດ ລ່ວງເກີນ ຫຼົງລືມ ບໍ່ຮູ້ ບໍ່ເຂົ້າໃຈ ຕໍ່ໜ້າ ລັບຫຼັງ ທີ່ເກີດຂຶ້ນຕໍ່ພໍ່ແມ່ນັ້ນ ຂໍຈົ່ງໃຫ້ພໍ່ແມ່ອົດຍັງໂທດຕໍ່ລູກຢ່າໃຫ້ມີບາບກັມເທີນ, ລູກຮູ້ຊາບເຊິ່ງແລ້ວ ເຖິງບຸນຄຸນ ທີ່ພໍ່ແມ່ ໄດ້ໃຫ້ລູກເກີດມາ ລ້ຽງລໍ່າອຸປະຖັມຈົນໃຫຍ່ກ້າເຖິງພຽງນີ້ ລູກຈະຕອບແທນບູຊາ ຄຸນພໍ່ແມ່ ດ້ວຍການປະຕິບັດຕົນເປັນຄົນດີ ແລະລ້ຽງລໍ່າພໍ່ແມ່ຄືນ ຂໍໃຫ້ພໍ່ແມ່ອາຍຸໝັ້ນ ຂວັນຍືນ ເປັນຮົ່ມໂພໄຊແກ່ລູກຕະຫຼອດໄປເທີ່ນ ສາທຸ ສາທຸ ສາທຸ ອະນຸໂມ ທາມີ.
- ເວົ້າຈົບແລ້ວ ຍືນຂອງສົມມາໃຫ້ພໍ່ແມ່ ແລ້ວຂາບທີ່ຕັກພໍ່ແມ່ ພໍ່ຫຼືແມ່ຈະໃຫ້ພອນລູກຕາມຄວາມ ພໍໃຈ ແລ້ວລູກກໍຂາບທີ່ຕັກພໍ່ແມ່ ແລ້ວເປັນອັນຈົບພິທີຄາຣະວະພໍ່ແມ່ (ວິທີສົມມາຄາຣະວະພໍ່ແມ່ ນັ້ນເຮັດໄດ້ທັງໃນວັນເກີດ, ວັນເຂົ້າພັນສາ, ວັນອອກພັນສາ ແລະວັນປີໃໝ່ລາວ ວັນໃດວັນໜຶ້ງ)

 

21.1.55

ການສູດໄຊຍະມຸງຄຸນ

- ພຸດທະສາສະນິກກະຊົນ ທົ່ວໂລກນິຍົມປະກອບການສູດ, ຟັງ ແລະພິທີໄຊະຍະມຸງຄຸນຢ່າງຍິ່ງ, ແຕ່ການປະກອບການສູດ, ຟັງ ແລະຈັດພິທີໄຊຍະມຸງຄຸນເພື່ອຫຍັງ ? ຫຼາຍຄົນອາດຮູ້ແຈ້ງແລ້ວ ແລະຈະເຊີ້ແຈງອີກ ເພື່ອຄວາມເຂົ້າໃຈຢ່າງຖືກຕ້ອງ ທ່ອງແທ້.
- ການປະກອບການສູດ, ຟັງໄຊຍະມຸງຄຸນນັ້ນ ເປັນພາກສ່ວນພິທີ ແຕ່ພິທີດັ່ງກ່າວຈະເປັນໄຊຍະມຸງຄຸນຫຼາຍນ້ອຍຊ່ຳ
ໃດ ຂຶ້ນກັບຄວາມຕັ້ງໃຈ.

12.1.55

ວິທີການເຮັດບຸນສະຫຼອງວັນວັນຄ້າຍວັນເກີດ

- ມະນຸດທຸກຄົນ ມີວັນເກີດວັນດຽວ ຄືວັນແຮກເກີດ, ຄົນສະໄໝກ່ອນໆ ບໍ່ທັນມີໂຮງໝໍ ຄົນລາວມັກຈະເກີດລູກທີ່ ເຮືອນຂອງຕົນ ໂດຍມີໝໍຕະໝອບ(ໝໍຕຳແຍ) ປະຈຳບ້ານເປັນຜູ້ທຳໜ້າທີ່ຄອດບຸດໃຫ້ແກ່ແມ່ມານ ແຕ່ປັດຈຸບັນ ຊຸມຊົນ ເມືອງ ແລະຊຸມຊົນໃກ້ເມືອງມັກຈະອອກລູກທີ່ໂຮງໝໍ ເຖິງປານນັ້ນຍັງມີປະຊາຊົນລາວມີຈຳນວນຫຼວງຫຼາຍ ຍັງອອກລູກ ຫຼືຄອດບຸດແບບທຳມະຊາດ ແລະຕາມປະເພນີວັດທະນະທັມຢູ່.

- ການເກີດລູກ ຂອງແມ່ຖືເປັນເລື່ອງສຳຄັນສຸດໃນຊີວິດ, ການທີ່ແມ່ມີລູກໃນທ້ອງນັ້ນ "ຫົວຈິດຫົວໃຈຂອງແມ່ໆ ກໍຄືພໍ່ນັ້ນ ແມ່ນມີຄວາມພາກພູມໃຈທີ່ສຸດ ມີຄວາມຮັກແລະຄວາມຫວັງຍາກທີ່ຈະພັນລະນາສ້ຽງ" ເປັນເວລາ ໙ ເດືອນ ເຕັມຈຶ່ງຈະເຖິງເວລາຄອດລູກອອກມາ, ການທີ່ລູກຢູ່ໃນທ້ອງແມ່ນັ້ນ ລູກທຸກໆຄົນບໍ່ມີໃຜຮູ້ວ່າແມ່ມີຄວາມທຸກຂະໜາດ ໃດ, ການເດີນ ການຍ່າງ ການໄປການມາ ການນັ່ງ ການນອນແມ່ມີຄວາມລຳບາກທີ່ສຸດ ລຳບາກເທົ່າໃດ ຜູ້ເປັນແມ່ນັ້ນ ເປັນຜູ້ຮູ້ດີກວ່າຄົນອື່ນໝົດ.

- ເຖິງປານນັ້ນ ບໍ່ມີແມ່ຄົນໃດ ຈົ່ມວ່າ ຍໍ້ທໍ້ໃຈ ແມ່ທຸກໆຄົນຍ່ອມເປັນມີຄວາມຫວັງ ຄວາມປາດຖະໜາຍາກໄດ້ລູກຜູ້ດີ ຜູ້ງາມ ຜູ້ບໍຣິສຸດ ຢ່າງນ້ອຍເຖິງບໍ່ງາມ ແຕ່ວ່າມີຄວາມດີ ມີຄວາມກະຕັນຍູ ​ກະຕະເວທີກໍຍັງຖືວ່າເປັນສິ່ງທີ່ມຸ້ງຫວັງ ຂອງແມ່ ພໍ່ທຸກຄົນແລ້ວ.

- ວັນເກີດຂອງລູກໆ ທຸກຄົນປຽບສະເໝືອນວັນຕາຍຂອງແມ່ ມີແມ່ຫຼາຍຄົນທີ່ສຸກຂະພາບບໍ່ໄຫວ້ກໍໄດ້ເສັຍຊີວິດໄປ ຕອນເກີດລູກນີ້ກໍຫຼວງຫຼາຍ ແລະມີແມ່ຈຳນວນຫຼວງຫຼາຍທີ່ທີ່ຄອດລູກອອກມາຍັງຢູ່ລ້ຽງລູກຈົນໃຫຍ່ກ້າໜ້າບານ, ໃຫຍ່ສູງຈູງໜ້າຈັນມາຈົນເຖົ້າຈົນແກ່ກໍນັບວ່າບຸນ.

- ທາງໂລກວ່າ ການເກີດ ເປັນຄວາມສຸກ ແລະຄວາມມຸ້ງຫວັງຂອງມະນຸດທຸກຄົນ, ແຕ່ທາງພຸດທະສາສນາ ກ່າວ່າການເກີດເປັນເລື່ອງຍາກ ດັ່ງພຸດທະພົດທີ່ວ່າ.

"ກິຈໂສ ມະນຸສສາປະຕລາໂພ, ກິຈສັງມັຈຈານະ ຊິວິຕຕັງ, ກິຈສັງ ທັມມັສສະ ວະນັງ, ກິຈໂສ ພຸທທານຸ ປາໂມ"
ແປຄວາມວ່າ "ການເກີດມາເປັນມະນຸດແສນຍາກ, ການຈະໃຊ້ຊີວິຕໃນຄວາມເປັນມະນຸດແສນຍາກ, ການໄດ້ຟັງທັມ ເກີດສັດທາ ແລະໄດ້ບວດໃນສາສນາແສນຍາກ, ການຈະໄດ້ພົບພຣະພຸດທະເຈົ້າກໍ ແສນຍາກ"
- ເຮົາເຫັນວ່າ ການເກີດມາເປັນມະນຸດນັ້ນແສນຍາກ ຫາກບໍ່ມີບຸນເກົ່າບຸນຫຼັງຊັກນຳມາໃຫ້ເກີດກໍບໍ່ສາມາດ ເກີດໄດ້, ເມື່ອງເກີດມາແລ້ວ ຫາກບໍ່ມີບຸນກໍໃຊ້ຊີວິດໃນຄວາມເປັນມະນຸດນັ້ນກໍແສນຍາກ, ການຈະໄດ້ພົບທຳຄຳສອນຂອງ ພຣະພຸດທະສາສນາ ເພື່ອດຳເນີນຊີວິດດ້ວຍຄຸນຄ່າແທ້ຂອງຊີວິດນັ້ນກໍແສນຍາກ, ການະຈະໄດ້ພົບພຣະພຸດທະເຈົ້າ ຫຼືພົບຄຳສອນຂອງພຣະພຸດທະເຈົ້ານັ້ນແສນຍາກ, ຫາກທ່ານທັງຫຼາຍໄດ້ພົບຄວາມສຳເຣັດໃຣຄວາມຍາກ ໔ ປະການ ແລ້ວນັບວ່າທ່ານເປັນຜູ້ມີບຸນ.

- ເມື່ອມາແລ້ວ ຄົນເຮົາຈຶ່ງມັກສະຫຼອງວັນເກີດ ແຕ່ວ່າວັນເກີດຫຼັງຈາກໃຫຍ່ມາແລ້ວນັ້ນ, ມັນບໍ່ແມ່ນວັນເກີດແທ້ ຫາກແມ່ນວັນຄ້າຍວັນເກີດ ຂອງເຮົາ ທີ່ເກີດຂຶ້ນມາຈົນເຖິງປານນີ້ ມາຄົບຮອບວັນເກີດຕົນແລ້ວ ຄົນລາວເຮົາຈຶ່ງມັກສະຫຼອງວັນຄ້າຍວັນເກີດ.

- ເປົ້າໝາຍຂອງການສະຫຼອງວັນຄ້າຍວັນເກີດຂອງຄົນລາວປັດຈຸບັນ ຍັງບໍ່ທັນພົບຄວາມໝາຍຈະແຈ້ງວ່າເຂົາສະຫຼອງວັນຄ້າຍວັນເກີດເພື່ອວັດຖຸປະສົງມຸ້ງໝາຍແນວໃດ ແຕ່ມີຄົນຈຳນວນຫຼວງຫຼາຍສະຫຼອງວັນຄ້າຍວັນເກີດຕົນຕລອດ, ສ່ວນຫຼາຍມັກຈະ ສະຫຼອງວັນຄ້າຍວັນເກີດ ເພື່ອການກິນເຫຼົ້າ, ເພື່ອໃຫ້ໝູ່ ແລະຄົນນັບຖືມາມອບຂອງຂວັນ ແລະອື່ນໆ.

- ສ່ວນຄວາມໝາຍຂອງຄົນບູຮານ ໂດຍສະເພາະຊາວພຸດລາວໃນອະດີດມັກຈະສະຫຼອງວັນຄ້າຍວັນເກີດຂອງຕົນ ຄືເພື່ອສະແດງເຖິງຄວາມສຳເລັດທີ່ຕົນໄດ້ເກີດຂຶ້ນມາຈົນອາຍຸເຖິງປານນີ້, ອັນສອງເພື່ອຕໍ່ອາຍຸຂອງຕົນໃຫ້ຍືນຍາວ, ອັນສາມ ເພື່ອທຳບຸນເພື່ອຕອບບຸນແທນຄຸນພໍ່ແມ່, ອັນທີສີ ແມ່ນເພື່ອສ້າງສາສົມບຸນຂອງຕົນໃຫ້ເກີດມີຂຶ້ນ ເພື່ອສືບຕໍ່ອາຍຸຂອງຕົນໃຫ້ໝັ້ນຍືນຕາບເທົ້າອາຍຸໄຂ.

- ດ້ວຍເຫດນັ້ນວັນຄ້າຍວັນເກີດຂອງຄົນລາວບູຮານ ຈຶ່ງມີເຫດຜົນ ແລະເປັນໄປເພື່ອຄວາມດີຄວາມງາມທາງສາສນາ ປະເພນີ.

ກ. ປະເພນີ ແລະວິທີເຮັດວັນຄ້າຍວັນເກີດແບບຊາວພຸດ.
໑. ການກຽມເຮັດບຸນວັນຄ້າຍວັນເກີດ.
- ກ່ອນຈະເຖິງວັນຄ້າຍວັນເກີດແທ່ ໒ ວັນ, ຊາວລາວບູຮານມັກຈະອາທິຖານຈິດສະມາທານສິນຫ້າ ແລະປະຕິບັດຕົນ ຕາມປົກກະຕິໄປ, ຈົນຮອດວັນຄ້າຍວັນເກີດທີ່ກຳນົດເອົາຕາມປະຕິທິນທາງໂລກນັ້ນ ຊາວລາວບູຮານມັກຈະກະ ກຽມສິ່ງຂອງໄວ້ແຕ່ວັນກ່ອນແລ້ວ ສິ່ງທີ່ເຂົາກຽມ ຄື ດອກໄມ້ ທູບທຽນ ເພື່ອບູຊາ ແລະໄຫວ້ພຣະ, ດອກໄມ້ທູບທຽນ ແລະເຄື່ອງສົມມາບິດາມານດາ ຕາມຄວາມສາມາດ ບໍ່ວ່າຈະເປັນເຄື່ອງໃຊ້ປະຈຳຂອງແມ່ ຄື ຜ້າສະຫຼົ້ງ, ຜ້າຂາວມ້າ, ສິ້ນ ແລະແພສະໃບ ແຕ່ປັດຈຸບັນນີ້ອາດຊິບໍ່ໄດ້ໃຊ້ ອາດຈະໃຊ້ສົ້ງ, ແພ, ສິ້ນ ຫຼືສິ່ງຂອງໃດໆ ທີ່ລູກຫາເອງໄດ້ ສຳລັບຜູ້ຍັງບໍ່ທັນຫາໄດ້ ກໍບໍ່ຈຳເປັນຫາສິ່ງເລົ່ານັ້ນ ຂໍໃຫ້ມີແຕ່ທຽນຂັນຫ້າ ເພື່ອສົມມາພໍ່ແມ່ກໍຄືວ່າ ໃຊໄດ້ແລ້ວ, ເຄື່ອງໃສ່ບາດ ບາງຄົນມີຄວາມສາມາດເຮັດພາເຂົ້າທິບ ຫຼືເຮັດຈັດການລ້ຽງພຣະ-ເນນທັງວັດກໍໄດ້.

໒. ວິທີເຮັດບຸນສະຫຼອງວັນຄ້າຍວັນເກີດ.
- ຕອນເຊົ້າ ຂອງວັນເກີດໃຫ້ຕື່ນແຕ່ ໔ ໂມງ, ກຽມອາຫານ ແລະເຄື່ອງໃສ່ບາດ.
- ອາບນຳ້ແຕ່ງຕົວສວຍງາມ ຕາມທຳມະດາ(ບໍ່ຕ້ອງໃສ່ເຄື່ອງຂາວກໍໄດ້)
- ນຳເຄື່ອງສັກກະລະ ມີຂັນຫ້າ/ຂັນແປດໄປໄຫວ້ພຣະ(ຕາມລະບຽບການໄວ້ພຣະ)
- ນຳເຄື່ອງສົມມາ ແລະທຽນຂັນຫ້າໄປສົມມາພໍ່ແມ່ (ມີຄຳເວົ້າທີ່ເປັນແບບແຜນຕ່າງຫາກ)
- ແຕ່ງພາເຂົ້າໃຫ້ພໍ່ແມ່ກິນ (ຫຼືອີງຕາມການຕົກລົງ ແລະເວລາຈິງຂອງວັນທຳແທ້ໆ ເພາະຈະໄດ້ໄປຕັກບາດໜ້າບ້ານ)
- ໄປຕັກບາດໜ້າບ້ານ (ຫາກມີພຣະມາບິນທະບາດ-ບໍ່ຈຳເປັນຕ້ອງໃສ່ບາດໃຫ້ຄົບອາຍຸຂອງເຮົາ ພຣະເນນມາບິນທະບາດເທົ່າໃດ ກໍໃຫ້ໃສ່ເທົ່ານັ້ນ ທີ່ຄວນເອົາໃຈໃສ່ ຫາກມີພຣະ ມາບິນທະບາດໜ້າບ້ານປະຈຳ ຄວນທີ່ຈະໃສ່ບາດໜ້າບ້ານນັ້ນກ່ອນ ຈຶ່ງຈະໄປວັດ, ຂໍເນັ້ນອີກຢ່າງໜຶ່ງ ຫາກມີພຣະມາບິນທະບາດທີ່ບ້ານ ແຕ່ມີພຣະມານ້ອຍ ເຮົາໄປໃສ່ບາດທີ່ອື່ນເຖິງໃສ່ບາດພຣະຄົບອາຍຸເຮົາກໍຕາມບຸນຈັກບໍ່ໄດ້ຫຼາຍ ເພາະຖືເປັນການເລືອກການໃຫ້ທານ ເປັນບຸກຄະລິກະທານໄດ້ຜົນນ້ອຍ ໄດ້ອານິສົງນ້ອຍ) ເມື່ອວັດຍາດໂຍມມັກຈະເຮັດບຸນລ້ຽງພຣະ ຫຼືເຮັດເປັນພາເຂົ້າທິບກໍໄດ້.
- ຫຼັງຈາກຕັກບາດໜ້າເຮືອນແລ້ວ ຈຳເປັນຕ້ອງນຳອາຫານຫວານຄາວຕາມຄວາມຈຳເປັນ (ປັດໄຈສີ່) ໄປຍັງວັດ ເປົ້າໝາຍໄປທຳບຸນຢູ່ວັດໃນວັນເກີດຄ້າຍວັນເກີດເຮົານັ້ນ ເພາະເຮົາຈະໄດ້ສະແດງຕົນເປັນພຸດທະມາມະກະ, ໄດ້ສະມາທານຮັບເອົາສິນຈາກພຣະ, ໄດ້ກ່າວຄຳຖວາຍທານ ແລະໄດ້ໃຫ້ພຣະອ່ວຍພອນວັນເກີດ ດ້ວຍການສູດ ຄາຖາສະຫຼອງວັນເກີດ ຄື "ອາຍຸໂທ ພາລະໂທ ແລະອາຍຸວັດທະໂກ" (ເມື່ອໄປເຖິງວັດແລ້ວ ໃຫ້ບອກພຣະວ່າເປັນການ ເຮັດບຸນວັນຄ້າຍວັນເກີດຕົນ ພຣະສົງຈຶ່ງຈະນຳພາເຮັດບຸນວັນເກີດໄດ້ຖືກຕ້ອງຕາມປະເພນີ) ເວລາຈະເລືອກເຊົ້າ ຫຼືແລງກໍໄດ້ ຫາກໃຜມີຄວາມສາມາດພໍ ນິມົນພຣະມາພາທຳບຸນສະຫຼອງວັນເກີດ ທີ່ເຮືອນກໍຍິ່ງເປັນການດີ.
- ໝົດທັງວັນຂອງວັນຄ້າຍວັນເກີດເຮົານັ້ນເຮົາຕ້ອງຮັກສາສິນ ໕ ໃຫ້ບໍຣິບູນ ຫາກເຮົາຈະໄປໄຫວ້ພຣະທີ່ວັດຕ່າງໆ ກໍໄປ ຫຼືຫາກເຮົາມີວຽກເຮັດງານທຳ ກໍໄປທຳງານຂອງຕົນຕາມສະບາຍ ພຽງແຕ່ເຮົາຕ້ອງຖືສິນຫ້າ ສືບຕໍ່ໄປອີກ ສອງວັນ (ເຫດທີ່ຮັກສາສິນ ກ່ອນວັນຄ້າຍວັນເກີດ ໒ ວັນ ແລະຫຼັງວັນເກີດສອງວັນ ເພາະວ່າ ວັນດັ່ງກ່າວເປັນວັນໃກ້ຄຽງວັນເກີດຈິງຂອງເຮົາ ເພາະປະຕິທິນຈະປ່ຽນແປງສະເໝີ)
- ເມື່ອຄົບສອງວັນຫຼັງຈາກວັນຄ້າຍວັນເກີດຕົນແລ້ວ ຫາກທ່ານບາງທ່ານຍັງຕ້ອງຢາກເຮັດວັນເກີດແບບສະໄໝນິຍົມ ມີການກິນລ້ຽງ ແລະການເປົ່າເຄັກ ກໍໃຫ້ຈັດໄດ້ ເພື່ອລ້ຽງຍາດມິດ ແລະໝູ່ກອງພັກພວກ ອັນນີ້ມັນເປັນວຽກ ງານສັງຄົມ ຫາກເຫັນວ່າບໍ່ຈຳເປັນກະບໍ່ຄວນເຮັດ.

ວິທີສົມມາພໍ່ແມ່ ໃນວັນຄ້າຍວັນເກີດ ແລະໂອກາດໃດກໍໄດ້ ເຊັ່ນປີໃໝ່ ເຂົ້າພັນສາ ອອກພັນສາເປັນຕົ້ນ.
(ຈົບວິທີການເຮັດບຸນວັນເກີດ-ອ່ານກອນວັນຄ້າຍວັນເກີດ)

9.1.55

ວິທີສູດພຸດທະຄຸນໃຫ້ພຣະພຸດທະຮູບ ແລະວັດຖຸມຸງຄຸນ

- ພຣະພຸດທະຮູບບູຊາ ແລະຖືຄອງເພື່ອປ້ອງກັນ ແລະເພື່ອໃຫ້ເກີດໂຊກລາບວາດສະໜານັ້ນ ຄົນລາວບູຮານຖືໜັກ ຖືໜ້າຈົນກາຍເປັນຈິດສຳນຶກຂອງຄົນລາວ ແລະຄົນອາຊີ ທາງໄທຍວ່າ "ເຄື່ອງລາງຂອງຂັງ" ສ່ວນລາວມີຄຳເວົ້າວ່າ "ເຄື່ອງຄໍ້າຂອງຄູນ" ເມື່ອສຶກສາຄັກໄປກວ່ານັ້ນແລ້ວ ການຖື ຫຼືນັບຖືເຄື່ອງລາງຂອງຂັງ ຫຼືເຄື່ອງຄຳ້ຂອງຄູນນັ້ນ ບໍ່ແມ່ນສະເພາະແຕ່ຄົນລາວ ຄົນໄທຍ ຫຼືຊາວອາຊີເທົ່ານັ້ນ, ຫາກແມ່ນຄົນທັງໂລກບໍ່ວ່າຊາດໃດໆ ລ້ວນແຕ່ນັບຖື ເຄື່ອງລາງຂອງຂັງ ເຄື່ອງຄໍ້າຂອງຄູນດ້ວຍກັນທັງນັ້ນ ຫາກແຕ່ແຕ່ວ່າ "ວັດຖຸນຳມາເຮັດຕ່າງກັນ, ວິທີເຮັດຕ່າງກັນ, ພື້ນຖານວັດທະນະທຳຕ່າງກັນ ຮູບແບບການເຮັດ, ວັດຖຸນຳມາເຮັດ ແລະວິທີ່ເຮັດຕ່າງກັນ ແຕ່ຫາກວ່າວັດຖຸປະສົງ ຂອງການນຳມາໃຊ້ນັ້ນ ເມື່ອເພື່ອບຳບັດທຸກ ບຳລຸງສຸກໃຫ້ແກ່ຜູ້ສັດທາໄດ້ເປັນທີ່າເພິ່ງ ດ້ວຍກັນທັງນັ້ນ.

ກ. ເຄື່ອງຄ້ຳຂອງຄູນມີຫຍັງແນ່ ? 
໑. ພຣະພຸດທະຮູບນ້ອຍໆ ປາງຕ່າງໆ ເຮັດດ້ວຍວັດຖຸຕ່າງໆ
໒. ພຣະສົງຜູ້ຊົງຄຸນ ເຮັດດ້ວຍວັດຖຸຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໓. ເທວະຮູບອົງຕ່າງໆ ແລະປາງຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໔. ສັດຕ່າງໆ ເຮັດດ້ວຍວັດຖຸຕ່າງໆ.
໕. ວັດຖຸຕ່າງໆ
໖. ກະຕຸດ ເຮັດດ້ວຍຄັ່ງ.
໗. ໝາກຫຼອດ ລົງຄາຖາຕ່າງ ເຮັດດ້ວຍວັດຖຸຕ່າງໆ.
໘. ຜ້າຍັນຕ໌

ຂ. ຜູ້ທີ່ເຮັດ.
໑. ພຣະສົງຜູ້ຊົງຄຸນທຳ.
໒. ລູກສິດຂອງພຣະສົງຜູ້ຊົງຄຸນທຳ.
໓. ຄະຣາວາ​ດ ຜູ້ຮຽນວິຊາ.
(ເນັ້ນຢໍ້າ ເຄື່ອງຄໍ້າຂອງຄູນເລົ່ານີ້ ຄົນທີ່ມີຄຸນທຳ ແລະຮຽນມົນຄາຖາເທົ່ານັ້ນເຮັດໄດ້, ພວກທີ່ອ້າງວ່າ ຜີເຈົ້າເຂົ້າຊົງ ແລ້ວນໍາມາໃຫ້ ສ່ວນຫຼາຍຈະເປັນພວກແອບອ້າງໃຫ້ເຮົາເຊື່ອ)


ຄ. ເຮັດເວລາໃດ ?
໑. ວັນອັງຄານ ວັນພະຫັດ ແລະວັນເສົາ ແລະວັນສິນ ຫາກວັນເລົ່ານີ້ກົງກັບວັນສິນຍິ່ງປະສິດທິດີ (ອິງຕາມປະເພດຂອງມົນ ແລະຄາຖາ ເຮັດເພື່ອຫຍັງ, ຄັນເຮັດເພື່ອຄົງ ມັກເຮັດວັນຄານ, ຄໍ້າຄູນ ແລະນິຍົມມັກເຮັດວັນພະຫັດ ແລະວັນເສົາ.


ງ. ວິທີເຮັດ.
໑. ເອົາວັດຖຸມາລົງຄາຖາ ອາຄົມໃສ່ ດ້ວຍເຫຼັກຈານ ຫຼືວັດຖຸໃດກໍໄດ້.
໒. ຄວັດວັດຖຸດ້ວຍມີດ ສີ່ວເປັນຮູບສິ່ງຕ່າງໆ ແລະຄາຖາ.
໓. ຫຼໍ່ວັດຖຸດ້ວຍເບົ້າຫຼໍ່.
໔. ຂຽນຄາຖາດ້ວຍປາກກາແລະບິກ.


ຈ. ສູດພຸດທະຄຸນ ແລະອາຄົມ.
໑. ແຕ່ງຄາຍ ຕາມທີ່ຄູອາຈານກຳນົດໄວ້.
໒. ໄຫວ້ພຣະ ຕັ້ງຈິດອະທິຖານ.
໓. ສູດຄາຖາອາຄົມ ຕາມກຳນົດຫຼາຍນ້ອຍ.
໔. ເພັງຈິດອະທິຖານ.


ຊ. ເມື່ອສູດແລ້ວ ຈະຮູ້ໄດ້ວ່າເຄື່ອງວັດຖຸມຸງຄຸນນັ້ນວ່າອັນໃດສັກສິດບໍ່ສັກສິດ (ຕາມແບບຂອງພຣະອາຈານໃຫຍ່ປີ ຊາວັດ ທາດຝຸ່ນເວົ້າໃຫ້ຜູ້ຂຽນຟັງວ່າຈັ່ງຊີ້)
໑. ເວລາສູດ ຫາກເປັນພຣະ ແລະວັດຖຸມຸງຄຸນ ໃຫ້ຫາພາສະນະມາອັນໜຶ່ງ ແລ້ວເອົາວັດຖຸມຸງຄຸນໃສ່ໄວ້ ໃຫ້ຂວ້ຳໜ້າລົງ ແລ້ວສູດຈົນພຣະ ຫຼືວັດຖຸມຸງຄຸນນັ້ນຫງາຍໜ້າຂຶ້ນຈຶ່ງເລືອກອອກມາ.
໒. ເກັບທ້ອນໂຮມພຣະ ແລະວັດຖຸມຸງຄຸນ ທີ່ປິ້ນກັບຕາມປາດຖະໜານັ້ນມາໄວ້ພາສະນະໃໝ່ ແລ້ວສູດຈົນພຣະ ແລະວັດຖຸມຸງຄຸນປິ້ນກັບ ຫຼືຫາກເປັນພຣະຈົນພຣະນັ້ນນັ່ງຂຶ້ນ ຈຶ່ງເອົາໄວ້ແລ້ວຈຶ່ງເອົາສິ່ງນັ້ນໃຫ້ຍາດໂຍມໄປໃຊ້ ເກີດມຸງຄຸນແລ.

6.12.54

໑. ສະມາທິພາວະນາ ຫຼືກັມມະຖານພາວະນາ

- ໃນສມັຍພຸທທະກາລ ປາກົຕຄໍາວ່າ "ສມາທິພາວນາ" ສ່ວນຄໍາວ່າ "ກັມມະຖານພາວນາ" ປາກົຕໃນເວລາລ່ວງມາແລ້ວ ຈາກພຸທທະກາລ ບໍ່ສາມາຖຄົ້ນຫາ ທີ່ມີຂອງຄໍາວ່າ "ກັມມະຖານພາວນາໄດ້ແນ່ນອນ.

- ພາວນາ ມີຄວາມໝາຍວ່າ "ກາຣອົບຮົມຈິຕໃຈໃຫ້ຈເຣີນ" ເພາະຈິຕຍ່ອມມີອໍານາຈເໜືອຄວາມຄິດແລະກາຣກະທໍາ ເມື່ອເຮົາອົບຮົມຈິຕໃຈໃຫ້ຈເຣີນ ດ້ວຍ ອຣິຍະກຸສົລ ຄວາມຄິດແລະກາຣກະທໍາຂອງເຮົາ ຍ່ອມເປັນໄປຕາມອໍານາຈອະຣິຍະກຸສົລ ຕາມເຫຕຸປັຈຈັຍອີງອາສັຍກັນ (ອິທັປປັຈຈະຍະຕາ) ເຊິ່ງເຮົາຈະໄດ້ສດັບຮັບຟັງຢູ່ເນື່ອງໆວ່າ "ຈົ່ງໝັ່ນພາວະນາຢູ່ເນື່ອງໆ" ເມື່ອກ່າວໃຫ້ຖືກຕ້ອງພ້ອມບໍຣິບູຣນ໌ ເຮົາຍ່ອມກ່າວວ່າ "ຈົ່ງໝັ່ນອົບຮົມຈິຕໃກ້ຈເຣີນຢູ່ເນື່ອງໆດ້ວຍ ອຣິຍະມັຄຄະ ໘ ອັນແສນປະເສີຖ" ໄດ້ແກ່:
໑. ສັມມາຖິຕຖີ
໒. ສັມມາສັງກັປປະ
໓. ສັມມາວາຈາ
໔. ສັມມາກັມມັນຕະ
໕. ສັມມາອາຊີວະ
໖. ສັມມາວາຍາມະ
໗. ສັມມາສຕິ
໘. ສັມມາສະມາທິ.

- ພາວະນາ ໓ ໝາຍເຖິງ "ການອົບຮົມຈິດໃຈຈະເຣີນດ້ວຍສີລ ສະມາທິ ປັນຍາ" ໑. ສີລ : ຄື ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ.
໒. ສະມາທິ : ຄື ສັມມາສະຕິ, ສັມມາສະມາທິ, ສັມມາວາຍາມະ,
໓. ປັນຍາ : ຄື ສັມມາທິຕຖີ, ສັມມາສັງກັປປະ.

ສີລະພາວະນາຄື : ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ.
ສະມາທິພາວະນາ ຄື ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາສະຕິ, ສັມມາສະມາທິ, ສັມມາວາຍາມະ,
ປັນຍາພາວະນາ ຄື ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາທິຕຖີ, ສັມມາສັງກັປປະ.

- ພຸດທະສາສນິກຊົນທັງຫຼາຍ ອຣິຍມັຄຄ໌ ໘ ຄືຫົນທາງປະຕິບັຕເພື່ອຄວາມດັບທຸກຂ໌ ທີ່ແທ້ຈິງໃນທາງພຸດທະສາສນາ ດ້ວຍເຫຕຸດັ່ງນັ້ນຊົນເຫຼົ່າໃດ ປາຖນາຫຼຸດພົ້ນຈາກສັງສາຣະວັຕ(ວັຕຕະສົງສາຣ) ຊົນເຫຼົ່ານັ້ນຍ່ອມບໍາເພັງພຽຣໃຫ້ພ້ອມບຣະບູຣນ໌ດ້ວຍ ສີລພາວນາ, ສມາທິພາວນາ ແລະປັນຍາພາວນາ ກາຣະບໍາເພັງພຽຣແຕ່ພຽງ ສມາທິພາວນາ ຄື ສັມມາສະຕິ, ສັມມາສມທິ ແລະສັມມາວຍາມະ ບໍ່ສາມາຖບັລລຸເຖິງຄວາມດັບທຸກຂ໌ທີ່ແທ້ ໃນພຸດທະສາສນາໄດ້ເລີຍ ແຕ່ອາດລ່ວງເລີຍກາຍເປັນ ລັດທິວິປັສສນຶກ ແລະອຸປທານ ຂອງຄວາມວ່າງກໍໄດ້.

ພຸດທະສາສນິກຊົນ ? ຫຼັກທັມຂອງອົງຄ໌ສົມເດັຈພຣະບຣົມມະສາສນາ ແຫ່ງພຣະບໍວຣພຣະພຸດທະສາສນາ ທີ່ຊົງສແດງເປັນໝວດໝູ່ ພຸທທະບໍຣິສັທ ຈຶ່ງຕ້ອງບເພັງພຽຣໃຫ້ຄົບອົງຄ໌ທັມ ຈຶ່ງຈະບັນລຸມັຄຄະຜົລໃນທາງພຸທທະສາສນາ ບໍ່ສາມາຖລະເວັ້ນໄດ້ ແມ່ນພຽງຂໍ້ໃດຂໍ້ໜຶ່ງ.

- ອິທທະບາທ ໔ ຄື
໑. ສັນທະ
໒. ວິຣິຍະ
໓. ຈິຕຕະ
໔. ວິມັງສາ
(ວິມັງສາສມາທິ ແລະປະທານສັງຂາຣ) ພຸທທະບໍຣິສັທຈໍາເປັນຕ້ອງບໍາເພັງພຽຣ ໃຫ້ຄົບ ໔ ອົງຄ໌ທັມ.

- ອິນທຣີ ໕ ຄື
໑. ສັທທາ
໒. ວິຣິຍະ
໓. ສຕິ
໔. ສມາທິ
໕. ປັນຍາ.
- ພຸທທະບຣິສັທຈໍາຕ້ອງບໍາເພັງພຽຣໃຫຄົບ ໕ ອົງຄ໌ທັມ.

- ມຫາປັຕຖານ ໔ ຄື
໑. ກາຍານຸປັສສນາສຕິປັຕຖານ
໒. ເວທນານຸປັສສນາສຕິປັຕຖານ
໓. ຈິຕຕານຸປັສສນາສຕິປັຕຖານ
໔. ທັມມານຸປັສສນາສຕິປັຕຖານ.

- ພຸທທະບໍຣິສັທ ຈໍາຕ້ອງບໍາເພັງພຽຣໃຫ້ພ້ອມບໍຣິບູຣນ໌ທັງ ໔ ອົງຄ໌ທັມ ຫາກເຮົາບໍາເພັງພຽຣແຕ່ພຽງ "ເວທນານຸປັສສນາສຕິປັຕຖານ ແລະຈິຕຕານຸປັສສານາສຕິປັຕຖານ ຫຼືທີ່ນິຍົມກັນຮຽກທົ່ວໄປວ່າກາຣຕາມດູຈິຕ(ອນຸປັສສນາ) ດັ່ງນີ້ແລ້ວ ພຸທທບໍຣິສັທທັງຫຼາຍ ຍ່ອມບໍ່ສາມາຖບັຣລຸມັຄຜົລໄປໄດ້ ຈົ່ງສໍານຶກສເມີວ່າ "ເຮົາຕາມດູຈິຕ(ອນຸປັສສນາ)" ເພື່ອສິ່ງໃດ ?
(ໂຜດຕິດຕາມໄປເລື້ອຍໆ)

ຄຳຂຶ້ນ ແລະລາກຳມະຖານ(ແບບບູຮານລາວ)

- ອິມາຫັງ ພະຄະວາ ອັຕຕະພາວັງ ຕຸມຫາກັງ ປະຣິຈະຊາມິ, ທຸຕະຍັມປິ ອິມາຫັງ ພະຄະວາ ອັຕຕະພາວັງ ຕຸມຫາກັງ ປະຣິຈະຊາມິ, ຕະຕິຍັມປິ ອິມາຫັງ ພະຄະວາ ອັຕຕະພາວັງ ຕຸມຫາກັງ ປະຣິຈະ ຊາມິ ຯ

- ໂອກາສະ ໂອກາສະ ນະໂອກາດບັດນີ້ ຂ້ານ້ອຍຂໍສະມະທານເອົາສີລະສະມາທິ ປັນຍາ ຖືເອົາເຊິ່ງກັມມັຕຖານ ຄະນິກະສະມາທິ ອຸປາຈາຣະສະມາທິ ແລະວິປັດສະນາຍານ, ຂໍຈົ່ງບັງເກີດມີໃນຂັນທະສັນດານຂອງຂ້ານ້ອຍ, ຂ້ານ້ອຍ ຂໍຕັ້ງສະຕິກຳນົດໄວ້ ທີ່ລົມຫາຍໃຈເຂົ້າ-ລົມຫາຍໃຈອອກ ຫາຍໃຈເຂົ້າກໍຮູ້ ຫາຍໃຈອອກກໍຮູ້, ສາມຫົນ-ເຈັດຫົນ, ຮ້ອຍຫົນ-ພັນຫົນ ດ້ວຍຄວາມບໍ່ປາໝາດຕັ້ງແຕ່ບັດນີ້ເປັນຕົ້ນໄປ.

ຄຳລາກັມມັດຖານ:
(ເວລານັ່ງສະມາທິໄປຕາມຄວາມພໍໃຈແລ້ວ ເມື່ອເຖິງຢາກອອກຈາກການນັ່ງສະມາທິແລ້ວ ກໍຕັ້ງສະຕິ ແລະສະມາທິອອກໃຫ້ຮູ້ສຶກຕົວສະ ເໝີ ຄືຖືອາຣົມກັມມັດຖານ ແລ້ວວ່າຄາຖານັ້ນແລ້ວ ກໍຄ່ອຍອອກຕາມວາຣະ ວ່າຕາມນີ້)
- ອາປັສສະມິ ພັນເຕ ວິປັສສະນາກັມມັຕຖານັງ ເທຕິ ຯ