11.9.55

ວິທີສົມມາພໍ່ແມ່ ໃນວັນຄ້າຍວັນເກີດ ແລະໂອກາດໃດກໍໄດ້ ເຊັ່ນປີໃໝ່ ເຂົ້າພັນສາ ອອກພັນສາເປັນຕົ້ນ

- ຫຼັງຈາກໄຫວ້ພຣະໃນຫ້ອງພຣະແລ້ວ ໃຫ້ເອົາຂັ້ນສົມມາພໍ່ແມ່ ທີ່ກຽມໄວ້ແລ້ວ ພ້ອມເຄື່ອງສົມມາ (ຂອງຂວັນ) ໄປຫາພໍ່ແມ່ທີ່ໃດກໍໄດ້ ເຫັນວ່າສົມຄວນໃນເຮືອນຕົນນັ້ນ ພໍ່ນັ່ງຂວາ ແມ່ນັ່ງຊ້າຍ ແລ້ວລູກຈຶ່ງຂາບລົງ ໃສ່ຕັກພໍ່ 1 ຄັ້ງ, ໃສ່ຕັກແມ່ 1 ຄັ້ນແລ້ວຍົກຂັນສົມມາ(ຂັນ 5 ພ້ອມຂອງຂວັນ) ໃສ່ຫົວແລ້ວກ່າວ ເປັນພາສາປາລີວ່າ ດັ່ງນີ້:

(ສິ່ງທີ່ກ່າວເທິງນັ້ນ ເວົ້າສະເພາະທີ່ທ່ານກຽມໄວ້ແລ້ວ ຫຼືມີແລ້ວ ຫຼຶຖ້າບໍ່ມີ ກໍເອົາແຕ່ດອກໄມ້ ແລະທຽນແນວລະຄູ່ກໍໄດ້)

1. ຄຳຄາຣະວະ ເປັນພາສາປາລີ.
ມາຕາ ປິຕຸ ປະມາເທນະ ທວາຣະຕະເຍ ນະກະຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ປັດຈຸປັນນັງ ເມ ໂທສັງ ສັບພັງໂທສັງ ຍັງ ຍັງ ໂທສັງ ຂະມະຕຸໂນ ພັນເຕ (ວ່າແບບດຽວ ໃຫ້ຄົບ 3 ຫົນ)
 2. ຄຳຄາຣະວະ ເປັນພາສາລາວ.
ກາຍະກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະ ໂມໂຫ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັດຈຸບັນ ບາບເພາະໄດ້ ສະຫຼັ້ງພັ້ງພາດ ລ່ວງເກີນ ຫຼົງລືມ ບໍ່ຮູ້ ບໍ່ເຂົ້າໃຈ ຕໍ່ໜ້າ ລັບຫຼັງ ທີ່ເກີດຂຶ້ນຕໍ່ພໍ່ແມ່ນັ້ນ ຂໍຈົ່ງໃຫ້ພໍ່ແມ່ອົດຍັງໂທດຕໍ່ລູກຢ່າໃຫ້ມີບາບກັມເທີນ, ລູກຮູ້ຊາບເຊິ່ງແລ້ວ ເຖິງບຸນຄຸນ ທີ່ພໍ່ແມ່ ໄດ້ໃຫ້ລູກເກີດມາ ລ້ຽງລໍ່າອຸປະຖັມຈົນໃຫຍ່ກ້າເຖິງພຽງນີ້ ລູກຈະຕອບແທນບູຊາ ຄຸນພໍ່ແມ່ ດ້ວຍການປະຕິບັດຕົນເປັນຄົນດີ ແລະລ້ຽງລໍ່າພໍ່ແມ່ຄືນ ຂໍໃຫ້ພໍ່ແມ່ອາຍຸໝັ້ນ ຂວັນຍືນ ເປັນຮົ່ມໂພໄຊແກ່ລູກຕະຫຼອດໄປເທີ່ນ ສາທຸ ສາທຸ ສາທຸ ອະນຸໂມ ທາມີ.
- ເວົ້າຈົບແລ້ວ ຍືນຂອງສົມມາໃຫ້ພໍ່ແມ່ ແລ້ວຂາບທີ່ຕັກພໍ່ແມ່ ພໍ່ຫຼືແມ່ຈະໃຫ້ພອນລູກຕາມຄວາມ ພໍໃຈ ແລ້ວລູກກໍຂາບທີ່ຕັກພໍ່ແມ່ ແລ້ວເປັນອັນຈົບພິທີຄາຣະວະພໍ່ແມ່ (ວິທີສົມມາຄາຣະວະພໍ່ແມ່ ນັ້ນເຮັດໄດ້ທັງໃນວັນເກີດ, ວັນເຂົ້າພັນສາ, ວັນອອກພັນສາ ແລະວັນປີໃໝ່ລາວ ວັນໃດວັນໜຶ້ງ)