30.9.54

ປະຖົມມະກະຖາ ແລະຊຸມນຸມເທວະດາ

1. ປະຖະມະກະຖາ (ປະຖົມມະກະຖາ)
- ວັນທິຕ໌ວາ ສີຣະສາ ພຸທທັງ ສະທັມມະຄະນຸຕຕະມັງ ອິທັງ ປະຣິຕຕະສັງເຂປັງ ປະວັກຂາມິ ຍາຖາພະລັງ (ແປ) ຂ້າຂໍນ້ອມໄຫວ້ພຣະສັມມາ ສັມພຸດທະເຈົ້າ ພ້ອມດ້ວຍພຣະສັທທັມ ແລະໝູ່ພຣະອະຣິຍະສົງຄ໌ຜູ້ອຸດົມ ດ້ວຍສຽຣເກົ້່າ ແລ້ວຈະກ່າວພຣະປະຣິຕຕ໌ ອັນສັງເຂປນີ້ຕາມກໍາລັງ ຯ

2. ຊຸມນຸມເທວະດາ (ປ່າວເທວະດາ)

- ສະມັນຕາ ຈັກກະວາເລສຸ ອັຕ໌ຣາຄັຈສັນຕຸ ເທວະຕາຄະຕາ ສັທທັມມັງ ມຸນິຣາຊັສສະ ສຸນັນຕຸ ສັຄຄະໂມກຂະທັງ (ແປ) ຂໍເຊີນເທວະດາເຈົ້າ ທັງຫຼາຍໃນຈັກກະວາລໂດຍຮອບ ຈົ່ງມາໃນທີ່ນີ້(ແລ້ວ) ຈົ່ງຟັງພຣະສັທທັມຂອງພຣະມຸນີຣາຊ ອັນອາຈໃຫ້ໄດ້ສວັຣຄ໌ ແລະນິພພານ ຯ

12.9.54

ຄຳສັກເຄເທວະດາ (ປ່າວເທວະດາ)

- ເກິ່ນນຳ
-ເມື່ອຈະໄຫວ້ພຣະ, ສູດມົນ, ທຳບຸນວັດ, ບຸນເຮືອນ ຫຼືຈະທຳພິທີກັມໃດໆ ກ່ຽວກັບສາສນາ ມັກຈະກ່າວ ຄຳປ່າວເທວະດາ ຫຼືສັກເຄເທວະດາ.
- ການສັກເຄເທວະດາ ຫາກຈະໄຫວ້ພຣະສັ້ນໆນັ້ນ ທ່ານໃຫ້ປ່າວເທວະດາກ່ອນ ຈຶ່ງບູຊາດອກໄມ້, ແລ້ວໄຫວ້ພຣະ, ຄັນໄຫວ້ພຣະຍາວທີ່ວັດ ກໍອີງຕາມປະເພນີຂອງວັດ ປ່າວສັກເຄເທວະດາກ່ອນກໍໄດ້ ຫຼືຫຼັງຈາກໄຫວ້ພຸດທະຄຸນ, ທັມມະຄຸນ, ສັງຄະຄຸນ ຈົບແລ້ວ ພຣະອົງຮອງ ຈຶ່ງປ່າວສັກເຄເທວະດາ, ຫາກເຮັດບຸນເຮືອນ ຈະປ່າວເທວະດາກ່ອນ ຫຼືໄຫວ້ພຣະກ່ອນແລ້ວ ຈຶ່ງປ່າວເທວະດາ ກ່ອນຈຶ່ງກ່າວຄຳອາຣາດທະນາສີນ ທັງໝົດນີ້ສຸດແລ້ວແຕ່ນິຍົມໃຊ້ ຖືວ່າຖືກທັງສອງ.

໑. ຄຳກ່າວສັກເຄເທວະດາ(ເປັນພາສາປາລີ).

- ສະມັນຕາ ຈັກກະວາເລສຸ ອັດຕຣາຄັດສັນຕຸ ເທວະຕາ ຄະຕາ
ສັດທັມມັງ ມຸນິລາຊັດສະ ສຸນັນຕຸ ສັກຄະໂມກຂະທັງ.

- ສັກເຄ ກາເມ ຈະຣູເປ ຄິຣິສິກຂາຣະຕະເຕ ຈັນຕະລິກເຂ
ວິມາເນ ທີເປ ຣັດເຖ ຈະ ຄາເມ ຕະຣຸວະນະຄະຫາເນ ເຄຫະ ວັດຖຸມຫິ ເຂດເຕ
ພຸມມາ ຈາ ຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະຄັນທັບພະນາຄາ
ຕິດຖັນຕາ ສັນຕິເກ ຍັງ ມຸນິວະຣະວະຈະນັງ ສາທະໂວ ເມ ສຸນັນຕຸ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.
- ທັມມັດສະວະນະກາໂລ ອາຍັມພະທັນຕາ.

໒. ຄຳແປຕາມພາສາປາລີ: (ແປຍົກສັບ ແບບທີ ໑)
- ສາທຸ "ສັກເຄ" ຂ້ານ້ອຍຂໍອັງເຊີນເຫຼົ່າເທວະດາ ເຊິ່ງສະຖິດຢູ່ໃນສະກາມາວະຈອນສະຫວັນ "ກາເມ" ຢູ່ໃນກາມະ ພົບ  "ຈະຣູເປ" ຢູ່ໃນຣູປະພົບ ຄື ໂສລະສະມະຫາພຣົມ "ຄີຣີສິຂະຣະຕະເຕ""ຈັນຕະລິກເຂວິມາເນ""ທີເປຣັດເຖ ຈະ ຄາເມ" ສິງສະຖິດຢູ່ໃນເກາະແກ້ວ, ເມືອງຫຼວງ, ພຣະນະຄອນໃຫຍ່ນ້ອຍ "ຕະຣຸວະນະ ຄະຫາເນ ເຄຫະວັດຖຸມຫິເຂດເຕ"  ສິງສະຖິດຢູ່ໃນເຄຫາເຮືອນຊານບ້ານນ້ອຍແລະເມືອງໃຫຍ່ທຸກທົ່ວຊົນນະບົດ "ພູມມາ""ຈາຍັນຕຸ ເທວາ" ຂ້ານ້ອຍຂໍອັງເຊີນໃຫ້ເຮັ່ງຮີບ ເຂົ້າມາໃນເວລານີ້ໂດຍ ພ້ອມກັນ "ຊະລະຖະລະວິສະເມ" ອີກທັງເທບພະເຈົ້າທີ່ສິງສະຖິກຢູ່ຫ້ວຍ ໜອງ ຄອງ ບຶງ ແມ່ນ້ຳນ້ອຍແມ່ນຳ້    ໃຫຍ່ ພູເຂົາ ປ່າສົນ ແລະງ່າໄມ້ພົງໄພ ທຸກຍ່ອມຫຍ້າທົ່ງຮາບພຽງໂພນປວກກໍດີ "ຍັກຂະຄັນທັບພະນາຄາ""ຕິດຖັນຕາ" ອີກທັງເທບພະເຈົ້າ ເຊິ່ງສະຖິດຢູ່ໃນຊັນໃດໆ, "ສັນຕະເກ ຍັງ ມຸນິວະຣະວະຈະນັງ" ຂ້ານ້ອຍຂໍອັງເຊີນມາຍັງສຳນັກປຣາຊ ແຫ່ງພຣະມູນີນາດເຈົ້າ "ສາທະໂສ ເມ ສຸນັນຕຸ" ດູ ກ່ອນສັບບູຣຸດພຸດທະບໍຣິສັດທັງຫຼາຍເອີນ, "ທັມມັດສະວະນະກາໂລ" ເຖິງເວລາຣືກງາມຍາມດີແລ້ວ "ສຸນັນຕຸ""ອະຍັມພະທັນຕາ" ດູກ່ອນທ່ານຜູ້ປະເສີດ ຍິ່ງກວ່າມະນຸດແລະເທວະດາ ຂ້ານ້ອຍຂໍອັງເຊີນມາປະຊຸມນະສະຖານທີ່ນີ້ໂດຍໄວ ພະລັນເທີ້ນ. ອີກທັງເທບພະເຈົ້າເຊິ່ງສິງສະຖິດ ຢູ່ໃນພູເຂົາຫ້ວຍເຫວ ແລະເຖື່ອນຖຳ້ຄູຫາຍອດຄີຣີ ຢູ່ໃນອາກາດວິມານມາດມົນທຽນຄຳ, ເຊິ່ງສະຖິກຢູ່ໃນໂຮງສານພຣະພູມເຈົ້າທີ່ ກັບທັງຍັກຂະ ຄັນທັບພະ ຄຸດນາກ ຂ້ານ້ອຍຂໍອັງເຊີນໃຫ້ເຂົ້າມາສະດັບຮັບຟັງຍັງພະສັດທັມແຫ່ງພຣະມູນີນາດພ້ອມໆກັນ

໓. ຄຳແປຕາມພາສາປາລີ: (ແປລຽງຄວາມ ແບບທີ ໑)
- ສາທຸ ຂ້ານ້ອຍຂໍອັງເຊີນເຫຼົ່າເທວະດາ ເຊິ່ງສະຖິດຢູ່ໃນສະກາມາວະຈອນສະຫວັນ ຢູ່ໃນກາມະ ພົບ ຢູ່ໃນຣູປະພົບ ຄື ໂສລະສະມະຫາພຣົມ ອີກທັງເທບພະເຈົ້າເຊິ່ງສິງສະຖິດ ຢູ່ໃນພູເຂົາຫ້ວຍເຫວ ແລະເຖື່ອນຖຳ້ຄູຫາຍອດຄີຣີ ຢູ່ໃນອາກາດວິມານມາດມົນທຽນຄຳ,  ສິງສະຖິດຢູ່ໃນເກາະແກ້ວ, ເມືອງຫຼວງ, ພຣະນະຄອນໃຫຍ່ນ້ອຍ ສິງສະຖິດຢູ່ໃນເຄຫາເຮືອນຊານບ້ານນ້ອຍແລະເມືອງໃຫຍ່ທຸກທົ່ວຊົນນະບົດ  ເຊິ່ງສະຖິກຢູ່ໃນໂຮງສານພຣະພູມເຈົ້າທີ່ ຂ້ານ້ອຍຂໍອັງເຊີນໃຫ້ເຮັ່ງຮີບ ເຂົ້າມາໃນເວລານີ້ໂດຍ ພ້ອມກັນ ອີກທັງເທບພະເຈົ້າທີ່ສິງສະຖິກຢູ່ຫ້ວຍ ໜອງ ຄອງ ບຶງ ແມ່ນ້ຳນ້ອຍແມ່ນຳ້    ໃຫຍ່ ພູເຂົາ ປ່າສົນ ແລະງ່າໄມ້ພົງໄພ ທຸກຍ່ອມຫຍ້າທົ່ງຮາບພຽງໂພນປວກກໍດີ ກັບທັງຍັກຂະ ຄັນທັບພະ ຄຸດນາກ ອີກທັງເທບພະເຈົ້າ ເຊິ່ງສະຖິດຢູ່ໃນຊັນໃດໆ,  ຂ້ານ້ອຍຂໍອັງເຊີນມາຍັງສຳນັກປຣາຊ ແຫ່ງພຣະມູນີນາດເຈົ້າ ດູ ກ່ອນສັບບູຣຸດພຸດທະບໍຣິສັດທັງຫຼາຍເອີນ, ເຖິງເວລາຣືກງາມຍາມດີແລ້ວ ຂ້ານ້ອຍຂໍອັງເຊີນໃຫ້ເຂົ້າມາສະດັບຮັບຟັງຍັງພະສັດທັມແຫ່ງພຣະມູນີນາດພ້ອມໆກັນ ດູກ່ອນທ່ານຜູ້ປະເສີດ ຍິ່ງກວ່າມະນຸດແລະເທວະດາ ຂ້ານ້ອຍຂໍອັງເຊີນມາປະຊຸມນະສະຖານທີ່ນີ້ໂດຍໄວພະລັນເທີ້ນ. 

໔. ຄຳແປອີກແບບ (ແບບ ໒ ແປຕາມປາລີທີ່ປາກົດ ແບບລຽງຄວາມ)
- ຂໍອັງເຊີນ ເທວະດາທັງຫຼສຍ ເຊິ່ງສະຖິດ ຢູ່ໃນສະຫວັນຊັ້ນກາມະພົບ ໃນຣູປະພົບ ສິງສະຖິກຢູ່ໃນເທິງຍອດເຂົາ ແລະເຫວຫ່ອມ ທັງທີ່ມີວິມານຢູ່ໃນອາກາດ ແລະພູມມາເທວະດາທັງຫຼາຍ ເຊິງສະຖິດຢູ່ໃນທະວີບ ໃນຣັດ ໃນໝູ່ບ້ານ ຕົ້ນໄມ້ ປາາຕືບ ໃນຢ້າວເຮືອນ ແລະທົ່ງນາຮົ້ວສວນ ຕະຫຼອດທັງເລົ່າຍັກ ຄັນທັບ ແລະນາກທັງຫຼາຍ ຜູ້ເປັນສາທຸຊົນ ເຊິ່ງຢູ່ໃນນຳ້ ແລະເທິງບົກ ທີ່ຕໍ່າທາມ ແລະທີ່ດົງດອນ ຈົ່ງມາຊຸມນຸມກັນ ຂໍເຊີນຟັງຄຳຂອງພຣະມູນີເຈົ້າຜູ້ປະເສີດ.
 - ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.
- ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.
- ທ່ານຜູ້ຈະເຣີນທັງຫຼາຍ ການນີ້ເປັນການຟັງທັມ.

- ໝາຍເຫດ: ໃຫ້ທ່ານເລືອກໃຊ້ແຕ່ບົດໃດບົດໜຶ່ງເທົ່ານັ້ນ. 

7.9.54

ວິທີນັ່ງສະມາທິ(ຫຍໍ້)

ວິທີນັ່ງສະມາທິ(ຫຍໍ້) 
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າ ເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະຄົນ) ບາງທ່ານກໍມີ ຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນ ຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼວງຫຼາຍ ສົມຕາມມະໂນເຈຕະນາຂອງການໄປ ຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍ ດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.


ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດ ເໝືອນຜູ້ຊາຍທຸກຢ່າງ.
ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍ ໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງ ນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ວ່າມີຫຍັງເກີດຂຶ້ນ ຖ້າ ມັນເກີດຂຶ້ນ ກໍໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
ເປົ້າໝາຍຂອງການສົມໂພດພຣະ ກໍຄື
ເປັນການທໍາບຸນຊະນິດໜຶ່ງ,
ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການ ທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ
ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
ຂະຈັດບາບກັມເລັກໆນ້ອຍໆ ແລະສະເດາະເຄາະກັມສະເພາະຊາດນີ້ລົງໄດ້.
ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້.
ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ ສຽງ ມາປະດັບຊີວິຕ.
ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
ແລະອື່ນໆ.

ບົດສູຕ ຫລັງສູຕສົມໂພດຂອງອຸປາສົກ-ອຸປາສິກາ

ບົດສູຕ
ຫລັງສູຕສົມໂພດຂອງອຸປາສົກ-ອຸປາສິກາ
ຊໍາຮະ​ໂດຍ
ພຣະຄຣູ​ເນືອ​ງພິລັກ ​ໂຊ​ຕິ​ທອນ
----
ບົດສູຕພຸດທະຄຸນ 
  • ອິຕິປິໂສ ພະຄະວາ ອະຣະຫັງສັມມາສັມພຸດໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖີ ສັຕຖາ-ເທວະມະນຸສສານັງ ພຸດໂທ ພະຄະວາ ຕິ ຯ(ສູດ ໙ ຫົນ)
ບົດສູຕມະຫະກາ
(ຕໍ່ທ້າຍພຸດທະຄຸນ ໑ ຫົນ)
- ມະຫາກາ ຣຸນິໂກ ນາໂຖ ຫິຕາຍະ ສັພພະປານິນັງ
ປຸເຣຕະວາ ປາຣະມີ ສັພພະ ປັຕໂຕ ສັມໂພທິມຸຕຕະມັງ
ເອເຕນະ ສັຈຈະວັຊເຊນະ ໂຫຕຸ(ເຕ)ເມ ຊະຍະມັງຄະລັງ ຯ
ຊະຍັນໂຕ ໂພທິຍາ ມູເລ ສັກກະຍານັງ ນັນທິວັຕຕະໂນ
ເອວັງ ຕະວັງ ວິຊະໂຍ ໂຫຫິ ຊະຍັສສຸ ຊະຍະມັງຄະເລ
ອະປະຣາ ຊິຕະປັລລັງເກ ສິເສ ປະຖະວິໂປກຂາເຣ
ອະພິເສເກ ສັພພະພຸທທານັງ ອັຄຄັປປັຕໂຕ ປະໂມທະຕິ ຯ
ສຸນັກຂັຕຕັງ ສຸມັງຄະລັງ ສຸປະພາຕັງ ສຸຫຸຕຖິຕັງ
ສຸຂະໂນ ສຸມຸຫຸຕໂຕ ຈະ ສຸຍິຕຖັງ ພຣົມມະຈະຣິສຸ
ປະທັກຂິນັງ ກາຍະກັມມັງ ວາຈາກັມມັງ ປະທັກຂິນັງ
ປະທັກຂິນັງ ມະໂນກັມມັງ ປະນິທິ ເຕ ປະທັກຂິນາ
ປະທັກຂິນາ ນິກັຕຕະວາ ນະ ລະພັນຕັຕເຖ ປາທັກຂິເນ ຯ


ບົດສູຕທັມມະຄຸນ
  • ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສັນທິຕຖິໂກ ອະກາຣິໂກ ເອຫິ ປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ ຕິ ຯ(ສູດ ໙ ຫົນ)
ບົດສູຕມະຫະກາ
(ຕໍ່ທ້າຍພຣະທັມມະຄຸນ ໑ ຫົນ ເບິ່ງໃນບົດພຸດທະຄຸນ)
ບົດສູຕສັງຄະຄຸນ
  • ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ, ຍາຍະປະຕິປັນໂນ ສາວະກະສັງໂຄ, ສາມິຈິປະຕິປັນໂນ ສາວະກະສັງໂຄ, ຍະທິທັງຈັຕຕາຣິ ປຸຣິສາຍຸຄານິ ອັຕຖະປຸຣິສະ ປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີ ກະຣະນິໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ ຕິຯ (ສູດ 9 ຫົນ)


ບົດສູຕມະຫະກາ
(ຕໍ່ທ້າຍພຣະສັງຄະຄຸນ ໑ ຫົນ ເບິ່ງໃນບົດພຸດທະຄຸນ)
--------------------

ຄຸນຂອງພຣະຣັຕນະໄຕຣ໌ ມີ ໑໐໘ ດັ່ງນີ້
- ພຣະພຸດທະຄຸນມີກໍາລັງ ໓໘
- ພຣະທັມມະຄຸນມີກໍາລັງ ໕໖
- ພຣະສັງຄະຄຸນມີກໍາລັງ ໑໔
ຣວມ ໑໐໘

ໄຫວ້ພຣະເຊົ້າ-ແລງສຳລັບຄະຣາວາດ ທີ່ເຮືອນ.

ໄຫວ້ພຣະປະຈຳວັນແບບຫຍໍ້ ເໝາະແກ່ຜູ່ເວລານ້ອຍ
(ໄຕ້ທຽນ ຈູດທູບ ຂາບລົງ ຄັ້ງ)
----------
ຄຳບູຊາດອກໄມ້.(ຍົກຂັນດອກໄມ້ທູບທຽນ)
-    ພຸດທະບູຊາ ມະຫາເຕຊະວັນໂຕ.
-    ທັມມະບູຊາ ມະຫາປັນຍະວັນໂຕ.
-    ສັງຄະບູຊາ ມະຫາໂພຄະວະໂຫ.
-    ຕິໂລກະນາໂຖ ເຍ ນັມຫະກັງ ອັສສະ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ ຍາວະ ນິພພານັງ ໂຫຕຸ
-    ພຸດທະ ກັນຕັງ ທັມມະ ກັນຕັງ ສັງຄະ ກັນຕັງ, ພຸດທະຮັກສາ ທັມມະ ຮັກສາ ສັງຄະ ຮັກສາ ປູຊາຍັນຕິ.(ວາງລົງແລ້ວ, ຂາບຄັ້ງ  
  
ໃຫ້ປ່າວສັກເຄເທວະດາກ່ອນ.
(ຄຳສັກເຄເທວະດາໃຫ້ເບິ່ງຕາມນີ້)
 
ຄຳໄຫວ້ພຣະ
-    ອິມິນາ ສັກກາເຣນະ ຕັງ ພຸດທັງ ອະພິປູຊະຍາມະ.
ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ຂາບຄັ້ງ)
-    ອິມິນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ.
ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັສສະມິ. (ຂາບຄັ້ງ)
-    ອິມິນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ.
-    ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບຄັ້ງ).
-    ພຸດທັງ ສະຣະນັງ ຄັສສະມິ.
-    ທັມມັງ ສະຣະນັງ ຄັສສະມິ.
-    ສັງຄັງ ສະຣະນັງ ຄັສສະມິ.
-    ທຸຕິ ຍັມປິ ພຸດທັງ ສະຣະນັງ ຄັສສະມິ.
-    ທຸຕິ ທັມປິ ທັມມັງ ສະຣະນັງ ຄັສສະມິ.
-    ທຸຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ.
-    ຕະຕິ ຍັມປິ ພຸດທັງ ສະຣະນັງ ຄັສສະມິ.
-    ຕະຕິ ທັມປິ ທັມມັງ ສະຣະນັງ ຄັສສະມິ.
-    ຕະຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ. (ຂາບ 1 ຄັ້ງ)


ໄຫວ້ບົດພຸດທະຄຸນ
- ອິຕິປິໂສ ພະຄະວາ ອະຣະຫັງສັມມາສັມພຸດໂທ ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖີ ສັຕຖາ-ເທວະມະນຸສສານັງ ພຸດໂທ ພະຄະວາ ຕິ.
(ຂາບ ລົງ ໑ ຫົນ ເງີຍຂຶ້ນ) 

ໄຫວ້ບົດທັມມະຄຸນ
 ສ໌ວາກຂາໂຕ ພະຄະວະຕາ ທັມໂມ ສັນທິຕຖິໂກ ອະກາຣິໂກ ເອຫິ ປັສສິໂກ ໂອປະນະຍິໂກ ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ ຕ.
(ຂາບ ລົງ ໑ ຫົນ ເງີຍຂຶ້ນ) 
ໄຫວ້ບົດສັງຄະຄຸນ
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ, ຍາຍະປະຕິປັນໂນ ສາວະກະສັງໂຄ, ສາມິຈິປະຕິປັນໂນ ສາວະກະສັງໂຄ, ຍະທິທັງຈັຕຕາຣິ ປຸຣິສາຍຸຄານິ ອັຕຖະປຸຣິສະ ປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸເນຍໂຍ ປາຫຸເນຍໂຍ ທັກຂິເນຍໂຍ ອັນຊະລີ ກະຣະນິໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ ຕິ 
(ຂາບ ລົງ ໑ ຫົນ ເງີຍຂຶ້ນ)
ສະເດາະເຄາະຕົນເອງ.
-    ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ. ( ຫົນ)
-    ໄຊຍະ ໄຊຍະ ພຸດໂທ, ໄຊຍະ ໄຊຍະ ທັມໂມ, ໄຊຍະ ໄຊຍະ ສັພພະຣາຊາ (ເທົ່າອາຍຸຕົນ)
ສູດເສີມດວງ:
ອິຕິປິໂສ ພະຄະວາ ອະຣະຫັງສັມມາ ສັມພຸດໂທ ວິດຊາຈາຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸດ ຕະໂລ ປຸຣິສະທັມມັດສະຣະຖີ ສັດຖາເທວະມະນຸດສານັງ ພຸດໂທ ພະຄະວາຕິ (ເທົ່າອາຍຸ)
ກ່າວຄຳບູຊາໂຊກດ້ວຍຕົນເອງ.
ທຸກຂັປປັຕຕາ ຈະ ນິຈທຸກຂາ ຈະ ນິພພະຍາ ໂສກັປປັຕຕາ ຈະນິຈໂສກາ ໂຫຕຸ ຂ້ານ້ອຍຊື່ວ່າ (ບອກ ຊື່ຕົນ ເອງນາມສະກຸນພ້ອມ) ອາຍຸ.ປີ, ຂໍໃຫ້ເຖິງເຊິ່ງ ຄວາມຈະເຣີນຮຸ່ງເຮືອງ ມີໂຊກ ມີໄຊ ຊະຍະ ສິທທິ ທະນັງ ລາພັງ ໂສຕຖິງ ພະຄະຍັງ ສຸຂັງ ພະລັງ ສີຣິ ຈະ ອາຍຸ ຈະ ວັນໂນ ຈະ ໂພຄັງ ວຸດທິ ຈະຍະ ສະຕະວັສສາ ຈະ ອາຍູ ຈະ ສິທທິ ພະວັນຕຸ ເມ( ວ່າ ຫົນ).
ສູດກຳຈັດເຄາະ ກຳຈັດຝັນບໍ່ດີ ກໍາຈັດລາງ ແລະຄວາມຝັນ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ພຸດທທາ ນຸພາເວນະ ວິນາດສະເມນຕຸ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ທັມມາ ນຸພາເວນະ ວິນາດສະເມນຕຸ
ຍັນທຸນ ນິມິດຕັງ ອະວະມັງຄະລັນ ຈະ ໂຍ ຈະ ມະນາ ໂປສັກກຸນັດສະ ສັດໂທ ປາປັກຄະໂຫ ທຸດສຸປິນັງ ອະກັນຕັງ ສັງຄາ ນຸພາເວນະ ວິນາດສະເມນຕຸ
 ( ຫົນ)
ຄາຖາພາວະນາອື່ນໆ
. ນະ ມະ ອະ ອຸ ນະ ໂມ ພຸດ ທາ ຍະ ນະ ມະ ພະ ທະ ຈະ ພະ ກະ ສະ (໙ ຫົນ)
. ອິສວາສຸ ສຸສວາອິ ( ຫົນ)
(ໝາຍເຫດ: ຫາກທ່ານມີບົດສູດເພີ່ມຕື່ມ ຫຼືມີຄວາມປາຖະ ໜາຢາກຈະໄຫວ້ກໍສາມາດທຳໄດ້)
ຍາດນໍ້າແບບສັ້ນໆ
ອິທັງໂນ ຍາຕິນັງໂຫຕຸ ສຸຂິຕາໂຫນຕຸ ຍາຕະໂຍ (ອະທິຖານແຜ່ໄພສານໄປທົ່ວສັບພະສັດ)
ອຸກາສະ ວັນທາ ມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ ມະຍາກະຕັງ ປຸນຍັງ ໄມຫັງ ທາ ຕັພພັງ ສາທຸ ສາທຸ ສາທຸ ອະນຸໂມ ທາມິ.
ວັນທາໃຫຍ່
ອຸກາສະ ວັນທາມິ ພັນເຕ ເຈຕິຍັງ ສັບພັງ ສັບພັດຖາຖະເນ ສຸປະຕິຖິຕາ ສາຣີຣິກະທາ ຕຸມາຫາໂພທິ ພຸດທະຣູປັງ ສາກາລັງ ສະຖາ ວະຈະສະ ມະນະສາ ເຈວະ ວັນທາ ເມ ເຕ ຕະຖາຄະສະຍາເນ ອາຖາເນ ຖາເນ ຄະມະເນຈາ ປິສັບພະທາ ຯ (ຂາບລົງແລ້ວໝອບຢູ່)
ວັນທານນ້ອຍ
ອຸກາສະ ວັນທາມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ ມະຍາກະຕັງ ປຸນຍັງ ສາມິນາ ອະນຸໂມ ທິຕັບພັງ ສາມິນາກະຕັງ ປຸນຍັງ ໄມຫັງ ທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມິ.
(ຂາບ ຫົນແລ້ວພິທິ)

ໝາຍເຫດ
ວິທີໄຫວ້ພຣະນີ້ສຳລັບຜູ້ບໍ່ມີເວລາຫຼາຍແຕ່ມີສັດທາໄຫວ້ພຣະ
ທີ່ເຣືອນຂອງຕົນໃຫ້ໄຫວ້ແບບສັ້ນໆນີ້ ກໍຍ່ອມໄດ້ອານິສົງເຊັ່ນກັນ ສຳຄັນວ່າແຕ່ມີສັດທາໄຫວ້ຢູ່ບໍເທົ່ານັ້ນເອງ.